ເຮືອບິນ C919 ລຳທຳອິດຂອງໂລກຈະດຳເນີນການບິນທົດສອບເຕັມ 100 ຊົ່ວໂມງໃນວັນທີ 26 ທັນວານີ້

2022-12-25 17:07:43 cri

      ເຮືອບິນ C919 ທີ່ຜະລິດໂດຍຈີນລຳທຳອິດຂອງໂລກຈະດຳເນີນການບິນທົດສອບເຕັມ 100 ຊົ່ວໂມງໃນວັນທີ 26 ທັນວານີ້. ປັດຈຸບັນ, ບໍລິສັດການບິນຕາເວັນອອກຂອງຈີນຫຼື China Eastern Airlines ໄດ້ສ້າງຕັ້ງພະແນກການບິນ C919 ສະເພາະກິດ,ໄດ້ຄັດເລືອກນັກບິນ 24 ຄົນທີ່ມີປະສົບການຫຼາຍ,ຄວາມສາມາດດ້ານເຕັກນິກສູງ ແລະມີຄຸນສົມບັດທີ່ດີໃຫ້ເປັນນັກບິນຂອງເຮືອບິນ C919 ງວດທຳອິດ; ຈຸບິນງວດທຳອິດ,ນັກວິສະວະກອນດ້ານວຽກງານຂອງເຮືອບິນງວດທຳອິດກໍ່ໄດ້ກຽມພ້ອມແລ້ວ.

      ເນື່ອງຈາກວ່າເຮືອບິນ C919 ແມ່ນເຮືອບິນລຸ້ນໃໝ່ສຸດໃນໂລກທີ່ຫາກໍ່ເປີດນຳໃຊ້, ບົນພື້ນຖານທີ່ໄດ້ຮັບການອະນຸມັດຈາກອົງການການບິນພົນລະເຮືອນຈີນແລ້ວ, China Eastern Airlines ຍັງຕ້ອງດຳເນີນການທົດລອງການບິນຫຼາຍກວ່າ 100 ຊົ່ວໂມງເພື່ອເປັນການກວດສອບແລະຢືນຢັນຕໍ່ລັກສະນະຄວາມປອດໄພ,ຄວາມສາມາດດ້ານການສ້ອມແປງກໍຄືຄວາມສາມາດດ້ານການຮັບປະກັນການດຳເນີນງານທຸກປະການຂອງເຮືອບິນ.  China Eastern Airlines ຈະຮ້ອງຂໍ “ກົດລະບຽບກ່ຽວກັບການດຳເນີນງານ” ຕໍ່ອົງການການບິນພົນລະເຮືອນຈີນ,ເພື່ອໄດ້ຮັບການອະນຸມັດຂັ້ນສຸດທ້າຍໃນການນຳໃຊ້ເຮືອບິນ C919 ເຂົ້າໃນການທຸລະກິດ.

      ພາຍຫຼັງໄດ້ສຳເລັດການກະກຽມດັ່ງກ່າວແລ້ວ,ເຮືອບິນ C919 ລຳທຳອິດຂອງ China Eastern Airlines ໄວທີ່ສຸດຈະສາມາດເລີ່ມນຳໃຊ້ເຂົ້າໃນການທຸລະກິດແລະເລີ່ມຂົນສົ່ງຜູ້ໂດຍສານໃນລະດູບານໃໝ່ປີ 2023 ພາຍຫຼັງໄດ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການດ້ານກົດລະບຽບຂອງອົງການການບິນພົນລະເຮືອນຈີນແລ້ວ.