ມື້ທີ່ຟ້ອນນໍາກັນໃນປີ 2022

2022-12-25 20:53:48 cri

ຕົ້ນປີ 2022, ທົ່ວໂລກໄດ້ສຸມສາຍຕາໃສ່ນະຄອນຫຼວງປັກກິ່ງ ຢູ່ໃຕ້ທວນໄຟສັກສິດຂອງງານກິລາໂອລິມປິກ, ນັກກິລາທີ່ມາຈາກແຫ່ງຕ່າງໆຂອງໂລກ ໄດ້ເຕົ້າໂຮມກັນຢູ່ສະໜາມແຂ່ງຂັນໂອລິມປິກດ້ວຍພະລັງຊີວິດ ຄວາມຫ້າວຫັນແລະຄວາມກະຕືລືລົ້ນແຫ່ງໄວຄະນອງ. ງານກິລາໂອລິມປິກລະດູໜາວປັກກິ່ງບໍ່ພຽງແຕ່ເປັນງານກິລາເທົ່ານັ້ນ ຍັງໄດ້ເສີມຂະຫຍາຍບົດບາດຕໍ່ປະເທດຈີນໃນການເຜີຍແຜ່ໂຄສະນາແລະພັດທະນາກິລາເທິງຫິມະແລະນ້ໍາກ້ອນ, ການອະນຸລັກສິ່ງແວດລ້ອມ, ໄດ້ສ້າງສະໜາມກິລາຫຼາຍແຫ່ງ, ແລະໄດ້ສະສົມບົດຮຽນໃນດ້ານການໃຫ້ການບໍລິການຂອງອາສາສະໝັກ.  ໃຫ້ພວກເຮົາໄປຫວນຄືນວັນເວລາແຫ່ງການຟ້ອນຢູ່ເທິງຫິມະແລະນໍ້າກ້ອນໃນຄາວນັ້ນໂດຍຜ່ານຄລິບຕອນນີ້.