ຈຳນວນຜູ້ສະໜັບສະໜູນອັງກິດຖອນຕົວອອກຈາກສະຫະພາບເອີຣົບ, ມີພຽງປະມານ 30% ເທົ່ານັ້ນໃນປັດຈຸບັນທີ່ເຫັນວ່າ:ການຖອນຕົວອອກຈາກສະຫະພາບເອີຣົບໄດ້ປະສົບຜົນສໍາເລັດ

2022-12-26 14:21:46 cri

ໜັງສືພິມ The  Times ຂອງອັງກິດສະບັບວັນທີ 24 ທັນວານີ້ໄດ້ເປີດເຜີຍຜົນການສໍາຫຼວດສະບັບໜຶ່ງ ໂດຍສະແດງໃຫ້ເຫັນວ່າ: ຈຳນວນຊາວອັງກິດທີ່ປ່ອນບັດສະໜັບສະໜູນອັງກິດຖອນຕົວອອກຈາກສະຫະພາບເອີຣົບໃນປີ 2016, ໃນປັດຈຸບັນມີພຽງແຕ່ 34% ເທົ່ານັ້ນທີ່ເຫັນວ່າ: ການຖອນຕົວອອກຈາກສະຫະພາບເອີຣົບໄດ້ປະສົບຜົນສໍາເລັດ.

ອີງຕາມຜົນການສໍາຫຼວດສະແດງໃຫ້ເຫັນວ່າ: ຈຳນວນຜູ້ສະໜັບສະໜູນອັງກິດ ຖອນຕົວອອກຈາກສະຫະພາບເອີຣົບໃນເມື່ອກ່ອນ,  ມີ 19% ເຫັນວ່າຕົນເອງໄດ້ເຮັດຂໍ້ຕົກລົງ ທີ່ຜິດພາດ; ສ່ວນຈຳນວນຜູ້ຄັດຄ້ານອັງກິດຖອນຕົວອອກຈາກສະຫະພາບເອີຣົບໃນເມື່ອກ່ອນ, ມີ 53% ຍັງຍຶດໝັ້ນທັດສະນະຂອງຕົນ. ນອກນີ້, 41% ຂອງຜູ້ຕອບແບບສອບຖາມເຫັນວ່າ: ການຖອນຕົວອອກຈາກສະຫະພາບເອີຣົບມີຜົນກະທົບຕໍ່ອັງກິດຫຼາຍກວ່າທີ່ຕົນຄາດຄະເນໄວ້

ໃນປີ 2016; 23% ເຫັນວ່າມີຜົນກະທົບຕໍ່ຖານະສາກົນຂອງອັງກິດ; ແລະ 34% ເຫັນວ່າມີຜົນກະທົບຕໍ່ເສດຖະກິດ.

ຜົນການສໍາຫຼວດຍັງສະແດງໃຫ້ເຫັນວ່າ: ປັດຈຸຸບັນ, ມີຊາວອັງກິດຫຼາຍກວ່າເກົ່າ ສະໜັບສະໜູນອັງກິດສ້າງການພົວພັນທີ່ແໜ້ນແຟ້ນກວ່າເກົ່າກັບເອີຣົບ ເຊິ່ງລວມທັງການພິຈາລະນາເຂົ້າຮ່ວມຕະຫຼາດດຽວເອີຣົບ ແລະພັນທະມິດສະຫະ ພາບເອີຣົບ.