ເກີດຝົນຕົກຢ່າງຕໍ່ເນື່ອງຢູ່ຟີລິບປິນ, ເຮັດໃຫ້ມີຜູ້ປະສົບໄພຫຼາຍກວ່າ 3 ໝື່ນຄົນ

2022-12-26 11:42:44 cri

ວັນທີ 25 ທັນວາ 2022, ຄະນະກຳມະການບັນເທົາໄພພິບັດແຫ່ງຊາດຟີລິບປີນເປີດເຜີຍໃຫ້ຮູ້ວ່າ: ຍ້ອນຝົນຕົກຢ່າງຕໍ່ເນື່ອງ ເຮັດໃຫ້ປະຊາຊົນຢູ່ເຂດວິີຊາຢັສຕາເວັນອອກຂອງຟີລິບປີນ ຫຼາຍ ກວ່າ 3 ໝື່ນຄົນປະສົບໄພ, ມາຮອດປັດຈຸບັນມີ 6 ຄົນຫາຍສາບສູນ.

ອີງຕາມບົດລາຍງານຂອງຄະນະກຳມະການບັນເທົາໄພພິບັດແຫ່ງຊາດຟີລິບປີນສະບັບຫຼ້າສຸດໃຫ້ຮູ້ວ່າ, ໃນຈຳນວນ 6 ຄົນທີ່ຫາຍສາບສູນ, ມີ 5 ຄົນເປັນປະຊາຊົນຢູ່ແຂວງຊາມາເໜືອ, ອີກຄົນໜຶ່ງແມ່ນຊາວແຂວງເລັດ. ປັດຈຸບັນຢູ່ແຂວງຊາມາເໜືອ, ມີ 3 ເຂດຍັງເກີດນ້ຳຖ້ວມຢູ່. ນອກນັ້ນ, ກົມອຸຕຸນິຍົມແຫ່ງຊາດຟີລິບປີນແຈ້ງຂ່າວໃຫ້ຮູ້ວ່າ: ສະພາບຝົນຕົກທີ່ແຂວງຊາມາເໜືອຍັງຈະສືບຕໍ່ໄປຈົນຮອດວັນທີ 26 ທັນວານີ້.