ຜູ້ເສຍຊີວິດຈາກອຸບັດເຫດກຳປັ່ນຫຼວງ “ສຸໂຂໄທ” ຂອງໄທຫຼົ້ມ ເພີ່ມຂຶ້ນເປັນ 18 ຄົນ

2022-12-26 14:20:05 cri

ອີງຕາມຂໍ້ມູນທີ່ເປີດເຜີຍໂດຍກອງທັບເຮືອໄທໃນວັນທີ 25 ທັນວານີ້ແຈ້ງໃຫ້ຮູ້ວ່າ: ມາຮອດຕອນບ່າຍມື້ດັ່ງກ່າວ ໄດ້ຄົ້ນພົບສົບຂອງຜູ້ເສຍຊີວິດຈາກອຸບັດເຫດກໍາປັ່ນຫຼວງ “ສຸໂຂໄທ” ຂອງໄທຫຼົ້ມລວມທັງໝົດ 18 ສົບ, ໃນນັ້ນ, ມີ 8 ສົບຍັງຕ້ອງລໍຖ້າຢືນຢັນອັດຕະລັກ. ມາຮອດປັດຈຸບັນ, ຍັງມີ 11 ຄົນຫາຍສາບສູນ ແລະ ວຽກງານຊອກຄົ້ນຍັງສືບຕໍ່ດໍາເນີນຢູ່.

ກໍາປັ່ນຫຼວງ “ສຸໂຂໄທ” ຂອງກອງທັບເຮືອໄທເປັນກໍາປັ່ນປ້ອງກັນຂະໜາດເບົາທີ່ຜະລິດໂດຍບໍລິສັດຜະລິດກໍາປັ່ນຂອງອາເມຣິກາ, ນ້ຳໜັກທີ່ກຳປັ່ນສາມາດບັນທຸກໄດ້ມີເຖິງ 960 ໂຕນ. ຕອນຄໍ່າວັນທີ 18 ທັນວານີ້, ກໍາປັ່ນຫຼວງ “ສຸໂຂໄທ” ໄດ້ປະສົບກະແສຄື້ນໃຫຍ່ ແລະເກີດອຸບັດເຫດຫຼົ້ມຢູ່ເຂດທະເລແຂວງປະຈວບຄີຣີຂັນຂອງໄທ, ຂະນະເກີດເຫດຢູ່ໃນກໍາປັ່ນມີທະຫານເຮືອໄທ 105 ຄົນ, ໃນນັ້ນ 76 ຄົນໄດ້ຖືກກອບກູ້ຂຶ້ນຝັ່ງແລ້ວ.