ຈີນຈະປະຕິບັດນະໂຍບາຍຫຍັງ ເພື່ອຮັບປະກັນຄວາມໝັ້ນຄົງດ້ານທັນຍາຫານ

2022-12-26 20:00:58 cri

ນັບແຕ່ວັນທີ 23 ຫາ 24 ທັນວານີ້, ກອງປະຊຸມວຽກງານຊົນນະບົດສູນກາງຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ເພື່ອບັນລຸເປົ້າໝາຍສ້າງປະເທດທີ່ເຂັ້ມແຂງດ້ານກະສິກຳ. ໃນກອງປະຊຸມ, ທ່ານສີຈິ້ນຜິງ ປະທານປະເທດຈີນກ່າວເນັ້ນໜັກວ່າ: ການຮັບປະກັນການສະໜອງທັນຍາຫານ ແລະ ຜະລິດຕະພັນກະສິກຳທີ່ສຳຄັນອື່ນໆຢ່າງສະໝໍ່າສະເໝີ ແລະ ໝັ້ນຄົງ ແມ່ນວຽກງານສຳຄັນອັນດັບໜຶ່ງໂດຍຕະຫຼອດ ໃນການສ້າງປະເທດທີ່ເຂັ້ມແຂງດ້ານກະສິກຳ.


ການຫັນເປັນທັນສະໄໝແບບຈີນ ແມ່ນການຫັນເປັນທັນສະໄໝຂອງປະຊາກອນອັນມະຫາສານ. ຍ້ອນວ່າ ຈີນມີປະຊາກອນອັນມະຫາສານ ແລະ ມີຕະຫຼາດບໍລິໂພກຂະໜາດໃຫຍ່ ຈິ່ງມີຄວາມຕ້ອງການຜະລິດຕະພັນກະສິກຳປະເພດຕ່າງໆຢ່າງໃຫຍ່ຫຼວງ. ສະນັ້ນ, ຈີນພວມເລັ່ງການສ້າງປະເທດເຂັ້ມແຂງດ້ານກະສິກຳ, ການສະໜອງທັນຍາຫານ ຈິ່ງເປັນວຽກງານສຳຄັນອັນດັບໜຶ່ງມາໂດຍຕະຫຼອດ. ນັບແຕ່ເກີດມີການແພ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ວິກິດການທັນຍາຫານທີ່ເກີດຂຶ້ນຢູ່ປະເທດແລະເຂດແຄວ້ນຈຳນວນໜຶ່ງ ກໍໄດ້ສະແດງໃຫ້ເຫັນວ່າ: ລະດັບຄວາມສາມາດດ້ານການສະໜອງທັນຍາຫານ ແລະ ຜະລິດຕະພັນກະສິກຳສຳຄັນອື່ນໆຂອງປະເທດໜຶ່ງ ແມ່ນພື້ນຖານອັນແໜ້ນແກ່ນສຳລັບປະເທດໜຶ່ງເພື່ອຮັບມືກັບວິກິດການ.

ຄັນຊັ້ນ, ຈີນມີມາດຕະການແນວໃດ ເພື່ອຮັບມືກັບວຽກງານສຳຄັນອັນດັບໜຶ່ງດັ່ງກ່າວ?


ຍົກຕົວຢ່າງຄື: ຍົກລະດັບຄວາມສາມາດດ້ານການຜະລິດທັນຍາຫານສັງລວມໃຫ້ສູງຂຶ້ນ. ປີ 2009, ຈີນໄດ້ວາງ “ແຜນການວ່າດ້ວຍຄວາມສາມາດການຜະລິດທັນຍາຫານເພີ່ມໃໝ່ 50 ຕື້ກິໂລໃນທົ່ວປະເທດ ລະຫວ່າງປີ 2009 ຫາປີ 2020”. ຂະນະທີ່ກອງປະຊຸມວຽກງານເສດຖະກິດສູນກາງຈີນປີ 2022 ໄດ້ສະເໜີອອກມາວ່າ: ຈະປະຕິບັດການເຄື່ອນໄຫວຍົກສູງຄວາມສາມາດການຜະລິດທັນຍາຫານ 50 ຕື້ກິໂລຮອບໃໝ່. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ກອງປະຊຸມວຽກງານຊົນນະບົດສູນກາງຈີນປີນີ້ ໄດ້ສະເໜີ “ເລັ່ງວາງແຜນປະຕິບັດ”.


ຈີນຈະຍົກລະດັບຄວາມສາມາດດ້ານການຜະລິດທັນຍາຫານ ໃຫ້ສູງຂຶ້ນໄດ້ແນວໃດ? ຍົກຜົນຜະລິດໃຫ້ສູງຂຶ້ນ ແລະ ພັດທະນາ-ປະຍຸກໃຊ້ເຕັກໂນໂລຊີໃນການຜະລິດເປັນວຽກງານສຳຄັນ. ກອງປະຊຸມວຽກງານຊົນນະບົດສູນກາງຈີນລະບຸວ່າ: ຕ້ອງກຳສອງຈຸດສຳຄັນໃຫ້ດີ ຄື: ເນື້ອທີ່ປູກຝັງ ແລະ ແນວພັນ, ຈະຕ້ອງຮັກສາເສັ້ນພື້ນຖານຕ່ຳສຸດທີ່ມີເນື້ອທີ່ປູກຝັງ 120 ລ້ານເຮັກຕາ ແລະ ສ້າງເນື້ອທີ່ໄຮ່ນາພື້ນຖານຖາວອນໃຫ້ເປັນເນື້ອທີ່ໄຮ່ນາມາດຕະຖານສູງໃຫ້ສຳເລັດເທື່ອລະກ້າວ. ເມື່ອຮອດທ້າຍປີນີ້, ຈີນຈະສ້າງເນື້ອທີ່ໄຮ່ນາເປັນໄຮ່ນາມາດຕະຖານສູງໃຫ້ໄດ້ 66 ລ້ານເຮັກຕາ. ເມື່ອຮອດປີ 2025 ແລະ ປີ 2030, ຈະສ້າງໄຮ່ນາມາດຕະຖານສູງໃຫ້ໄດ້ເຖິງ 71 ລ້ານເຮັກຕາ ແລະ 80 ລ້ານເຮັກຕາຕາມລຳດັບ. ພາຍຫຼັງສ້າງເປັນໄຮ່ນາທີ່ມີມາດຕະຖານສູງແລ້ວ, ຜົນຜະລິດທັນຍາຫານຈະສາມາດເພີ່ມຂຶ້ນ 10 ຫາ 20% ແລະ ຕົ້ນທຶນໃນການຜະລິດຈະຫຼຸດໜ້ອຍລົງແຕ່ປະສິດທິພາບຈະເພີ່ມຂຶ້ນ.

ນອກຈາກນີ້ແລ້ວ, ແນວພັນຄືດັ່ງ “ແຜ່ນຊິບ” ຂອງຂະແໜງການກະສິກຳ, ເມື່ອເບິ່ງຈາກພືດພັນທັນຍາຫານຕົ້ນຕໍແລ້ວເຫັນວ່າ: ແນວພັນເຂົ້າ ແລະ ແນວພັນເຂົ້າບະເລຂອງຈີນ ລ້ວນແຕ່ເປັນແນວພັນທີ່ຈີນບົ່ມເພາະດ້ວຍຕົນເອງ, ຜົນຜະລິດເຂົ້ານາຂອງຈີນໄດ້ສູງກວ່າລະດັບສະເລ່ຍຂອງໂລກ 70%, ຜົນຜະລິດເຂົ້າບະເລຕໍ່ເຮັກຕາຂອງຈີນເປັນ 1,7 ເທົ່າຂອງປະເທດສົ່ງອອກເຂົ້າບະເລ ເຊັ່ນ ອາເມຣິກາ, ການາດາ, ອົສຕຣາລີ, ຣັດເຊຍເປັນຕົ້ນ. ສະນັ້ນ, ຕ້ອງຍົກປະສິດທິຜົນໃນການບົ່ມເພາະແນວພັນໃຫ້ສູງຂຶ້ນ, ພັດທະນາແນວພັນດີຂອງຕົນຢ່າງໜັກແໜ້ນ.


ຊາວກະສິກອນເປັນຜູ້ຜະລິດທັນຍາຫານ, ການປຸກລະດົມຄວາມຫ້າວຫັນຂອງຊາວກະສິກອນໃນການປູກຝັງ ຈະມີຄວາມໝາຍສຳຄັນໃນການຮັບປະກັນຄວາມໝັ້ນຄົງດ້ານທັນຍາຫານ. ຕໍ່ກັບເລື່ອງນີ້, ກອງປະຊຸມວຽກງານຊົນນະບົດສູນກາງຈີນ ໄດ້ຮຽກຮ້ອງໃຫ້ປັບປຸງກົນໄກຮັບປະກັນລາຍຮັບຂອງຊາວກະສິກອນຜູ້ປູກເຂົ້າໃຫ້ສົມບູນຂຶ້ນ ແລະ ປັບປຸງກົນໄກຊົດເຊີຍຜົນປະໂຫຍດຂອງເຂດຜະລິດທັນຍາຫານໃຫ້ສົມບູນຂຶ້ນ.


ນອກນີ້, ການສ້າງປະເທດທີ່ເຂັ້ມແຂງດ້ານກະສິກຳ, ຕ້ອງມຸ່ງໝັ້ນກັບພາຍໃນປະເທດ, ແຕ່ກໍຂາດຕະຫຼາດ ແລະ ຊັບພະຍາກອນສາກົນບໍ່ໄດ້. ດັ່ງທີ່ກອງປະຊຸມວຽກງານຊົນນະບົດສູນກາງຈີນໄດ້ສະເໜີອອກມາວ່າ: ຕ້ອງມີແນວຄວາມຄິດຮອບຄອບຕໍ່ກັບທັນຍາຫານ, ສ້າງລະບົບການສະໜອງທັນຍາຫານເປັນຫຼາຍເຄົ້າ ແລະ ພັດທະນາແຫຼ່ງທັນຍາຫານດ້ວຍຫຼາຍຊ່ອງທາງ.


ເຂົ້າເຕັມເລົ້າ ຈະເຮັດໃຫ້ຈິດໃຈທຸ່ນທ່ຽງ. ຂະແໜງການກະສິກຳເຂັ້ມແຂງຫຼືບໍ່, ຈີນຈະສາມາດຮັບປະກັນຄວາມໝັ້ນຄົງດ້ານທັນຍາຫານຂອງຕົນໄດ້ຫຼືບໍ່, ສຳຄັນຢູ່ບ່ອນວ່າ: ຈີນຈະສາມາດຮັບປະກັນການສະໜອງທັນຍາຫານ ແລະ ຜະລິດຕະພັນກະສິກຳສຳຄັນອື່ນໆໄດ້ຢ່າງສະໝໍ່າສະເໝີ ແລະ ໝັ້ນທ່ຽງຫຼືບໍ່. ບົດລາຍງານການເມືອງຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ສະເໜີອອກມາວ່າ: “ຈະສ້າງພື້ນຖານຄວາມໝັ້ນຄົງດ້ານທັນຍາຫານໃຫ້ແໜ້ນແກ່ນ” ເຊິ່ງໄດ້ກາຍເປັນຄວາມຮຽກຮ້ອງຕ້ອງການ ໃນການຮັບປະກັນການສະໜອງທັນຍາຫານ ແລະ ຜະລິດຕະພັນກະສິກຳສຳຄັນອື່ນໆໄດ້ຢ່າງໝັ້ນຄົງ ແລະ ໝັ້ນທ່ຽງ.