ເອກະສານພາຍໃນຂອງທະວິດເຕີໄດ້ເປີດເຜີຍທຳນຽບ 5 ແຈຂອງອາເມຣິກາຄອບງຳສື່ສັງຄົມອອນລາຍ

2022-12-26 15:54:14 CRI

ຫວ່າງມໍ່ໆມານີ້, ເວັບໄຊ “The Intercept” ທີ່ເປັນເວັບໄຊສຳຫຼວດອິດສະຫຼະຂອງອາເມຣິກາເປີດເຜີຍໃຫ້ຮູ້ວ່າ: ອົງການທີ່ສັງກັດກະຊວງປ້ອງກັນປະເທດອາເມຣິກາ ຫຼື ທຳນຽບ 5 ແຈ ເຄີຍໄດ້ແຊກແຊງຄວາມຮັບຮູ້ທາງຫາງສຽງສັງຄົມຂອງມວນຊົນຕາເວັນອອກກາງ ດ້ວຍວິທີຄອບງຳຫົວຂໍ້, ດຳເນີນການໂຄສະນາແບບຕົວະຕົ້ມ ແລະອື່ນໆ ເພື່ອເຜີຍແຜ່ຫາງສຽງສັງຄົມທີ່ມີຜົນດີຕໍ່ອາເມຣິກາ ແລະ ພັນທະມິດຂອງເຂົາຢ່າງຕໍ່ເນື່ອງ.


ອີງຕາມເອກະສານພາຍໃນທີ່ນັກຂ່າວສຳຫຼວດຂອງເວັບໄຊດັ່ງກ່າວໄດ້ມາຈາກທະວິດເຕີວ່າ: ໃນເດືອນກໍລະກົດປີ 2017, ທຳນຽບ 5 ແຈຂອງອາເມຣິກາໄດ້ສົ່ງແບບຟອມໄປໃຫ້ທີມງານນະໂຍບາຍສາທາລະນະຂອງທະວິດເຕີ, ໃນນັ້ນມີບັນຊີທະວິດເຕີທີ່ເປັນພາສາອາຣັບ 52 ບັນຊີ. ທຳນຽບ 5 ແຈຮຽກຮ້ອງໃຫ້ທະວິດເຕີຈັດບັນຊີເຫຼົ່ານີ້ເຂົ້າໃນ “ບັນຊີຂາວ” ເພື່ອອຳນວຍຄວາມສະດວກດ້ານການ “ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານບາງຢ່າງ”. ອີເມວພາຍໃນຍັງສະແດງໃຫ້ເຫັນວ່າ: ປີ 2020, ຜູ້ບໍລິຫານລະດັບສູງ ແລະ ທະນາຍຄວາມ ຂອງທະວິດເຕີເຄີຍໄດ້ເປິກສາຫາລືການເຄື່ອນໄຫວໂຄສະນາແບບປິດລັບຂອງທຳນຽບ 5 ແຈ, ໃນຂະນະດຽວກັນ, ຍັງໄດ້ເປີດເຜີຍບັນຊີເລກໝາຍຂອງທຳນຽບ 5 ແຈ 157 ເລກໝາຍ ທີ່ບໍ່ທັນໄດ້ເປີດເຜີຍຕໍ່ພາຍນອກ, ບັນຊີເຫຼົ່ານີ້ຕົ້ນຕໍແມ່ນສຸມໃສ່ບັນຫາທາງການທະຫານຂອງຕາເວັນອອກກາງ.