ຊາວປະມົງອີຣານ 14 ຄົນຖືກປ່ອຍຕົວ ພາຍຫຼັງຖືກກຸ່ມຫົວຮຸນແຮງສຸດຂົ້ວກັກຕົວເປັນເວລາເກືອບ 8 ປີ

2022-12-26 15:53:31 CRI

ກະຊວງການຕ່າງປະເທດອີຣານແຈ້ງຂ່າວໃຫ້ຮູ້ວ່າ: ຊາວປະມົງອີຣານ 14 ຄົນຖືກປ່ອຍຕົວແລະກັບຄືນອີຣານ ພາຍຫຼັງຖືກກຸ່ມ “ອານ-ຊາບັບ” ທີ່ເປັນກຸ່ມຫົວຮຸນແຮງສຸດຂົ້ວໂຊມາລີກັກຕົວເປັນເວລາເກືອບ 8 ປີ.


ຕາມຂ່າວແຈ້ງໃຫ້ຮູ້ຕື່ມວ່າ: ເພື່ອຊ່ວຍເຫຼືອຊາວປະມົງເຫຼົ່ານີ້, ກະຊວງການຕ່າງປະເທດອີຣານໄດ້ທຳຄວາມພະຍາຍາມທາງການທູດຫຼາຍຢ່າງ ເຊັ່ນ: ການເຈລະຈາເປັນຕົ້ນ. ຊາວປະມົງເຫຼົ່ານີ້ໄດ້ເດີນທາງອອກຈາກນະຄອນຫຼວງໂມກາດິຊູປະເທດໂຊມາລີກັບຄືນນະຄອນຫຼວງເຕເຮລານຂອງປະເທດອີຣານໃນຕອນຄ່ຳວັນທີ 24 ທັນວານີ້.


ປີ 2015, ຜູ້ປະກອບອາວຸດຂອງກຸ່ມ “ອານ-ຊາບັບ” ໂຊມາລີໄດ້ຈັບຕົວຊາວປະມົງອີຣານເຫຼົ່ານີ້ຢູ່ເຂດທະເລສາກົນທີ່ໃກ້ກັບໂຊມາລີ. ກຸ່ມ “ອານ-ຊາບັບ” ໂຊມາລີເປັນກຸ່ມຫົວຮຸນແຮງສຸດຂົ້ວທີ່ມີສ່ວນກ່ຽວຂ້ອງກັບກຸ່ມອານ-ເຄດາ, ໄດ້ກໍ່ການຫຼອນໂຈມຕີແບບກໍ່ການຮ້າຍຕໍ່ປະເທດໂຊມາລີ ແລະ ປະເທດອ້ອມຂ້າງຫຼາຍເທື່ອໃນຊຸມປີຜ່ານມາ.