ທ່ານສີຈິ້ນຜິງຊີ້ນຳໃຫ້ “ຂຽນບົດວິທະຍານິພົນຢູ່ກັບທົ່ງໄຮ່ທົ່ງນາທີ່ກວ້າງໃຫຍ່ໄພສານ” (ພາກທີ1)

2022-12-27 16:31:33 cri



 

ກະສິກຳເປັນພື້ນຖານຂອງປະເທດຊາດ, ເມື່ອກະສິກຳມີຄວາມໝັ້ນຄົງ ປະເທດຊາດກໍຈະມີຄວາມສະຫງົບ. ທ່ານສີຈິ້ນຜິງ ເລຂາ ທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ວຽກງານກະສິກຳ, ຊົນນະບົດແລະຊາວກະສິກອນ, ໂດຍສະເພາະໄດ້ໃຫ້ຄວາມສຳຄັນຕໍ່ບົດບາດຂອງວິທະຍາສາດເຕັກນິກແລະຜູ້ມີຄວາມຮູ້ຄວາມສາມາດໃນການຊຸກຍູ້ການພັດທະນາກະສິກຳ,ຊົນນະບົດແລະຊາວກະສິກອນ. ເດືອນມີນາ ປີ 2021, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ສວນຊາຊີວະພາບຢ້ຽນຈືເຄີ່ຕາແສງຊິງຊຸນເມືອງອູຢີຊ່ານນະຄອນໜານຜິງແຂວງຟູຈ້ຽນ, ເພິ່ນໄດ້ຊີ້ນຳວ່າ: “ຕ້ອງລົງເລິກຊຸກຍູ້ການປະຕິບັດລະບຽບການແຕ່ງຕັ້ງນັກວິຊາການວິທະຍາສາດເຕັກນິກພິເສດ, ເຮັດໃຫ້ນັກວິຊາການເຫຼົ່ານີ້ຂຽນບົດວິທະ ຍານິພົນຢູ່ກັບທົ່ງໄຮ່ທົ່ງນາທີ່ກວ້າງໃຫຍ່ໄພສານ”. ຄວາມຈິງແລ້ວ, ເມື່ອ20ກວ່າປີກ່ອນ, ຕອນທີ່ທ່ານສີຈິ້ນຜິງເປັນການນຳແຂວງຟູຈ້ຽນ, ເພິ່ນໄດ້ຊຸກຍູ້ວຽກງານແຕ່ງຕັ້ງນັກວິຊາການວິທະຍາສາດເຕັກນິກພິເສດລົງສູ່ຮາກຖານ, ທຸກມື້ນີ້, ວຽກງານນີ້ໄດ້ເຜີຍແຜ່ແລະຈັດຕັ້ງປະຕິບັດໃນທົ່ວປະເທດຈີນແລ້ວ.

ໜານຜິງເປັນເມືອງໃຫຍ່ດ້ານກະສິກຳຢູ່ພາກເໜືອແຂວງຟູຈ້ຽນ. ຊຸມປີ1990, ຍ້ອນຮູບການພັດທະນາແບບຊະຊາຍເຮັດໃຫ້ເສດ ຖະກິດກະສິກຳຢູ່ທ້ອງຖິ່ນແຫ່ງນີ້ຕົກຢູ່ໃນສະພາບອັດຕະຄັດ.

 

“ຕ້ອງຖືເອົາການພັດທະນາກະສິກຳໃຫ້ຈະເລີນດ້ວຍວິທະຍາສາດເຕັກນິກເປັນແຮງຂັບເຄື່ອນເດີມເພື່ອຊຸກຍູ້ການພັດທະນາເສດ ຖະກິດແຫ່ງຊາດ, ຍົກລະດັບວິທະຍາສາດເຕັກນິກດ້ານກະສິກຳໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ,ເພື່ອຍົກສູງປະສິດທິຜົນດ້ານເສດຖະກິດກະສິກຳ ແລະພັດທະນາຄວາມທັນສະໄໝດ້ານກະສິກຳ.” ນີ້ຄືຄຳຊີ້ນຳຂອງທ່ານສີຈິ້ນຜິງ ຕອນທີ່ທ່ານເປັນຮອງເລຂາຄະນະພັກແຂວງຟູຈ້ຽນເພິ່ນໄດ້ກ່າວໃນເວລາທີ່ລົງເຄື່ອນໄຫວສຳຫຼວດຄົ້ນຄວ້າວຽກງານກະສິກຳ,ຊົນນະບົດແລະຊາວກະສິກອນຢູ່ນະຄອນໜານຜິງເມື່ອເດືອນຕຸລາປີ1998, ຈິ່ງໄດ້ໃຫ້ຄຳຊີ້ນຳດັ່ງກ່າວທີ່ເປັນວິທີການແກ້ໄຂບັນຫາຫຍຸ້ງຍາກໃນການພັດທະນາກະສິກຳ, ຊົນນະບົດແລະຊາວກະສິກອນຂອງນະຄອນໜານຜິງ,ຈາກນີ້ກໍໄດ້ຫວ່ານແນວພັນແຫ່ງລະບຽບການແຕ່ງຕັ້ງນັກວິຊາການວິທະຍາ ສາດເຕັກນິກພິເສດຢູ່ນະຄອນດັ່ງກ່າວ.

 

ເດືອນກຸມພາປີ1999, ນະຄອນໜານຜິງໄດ້ຄັດເລືອກແລະແຕ່ງຕັ້ງນັກວິຊາການວິທະຍາສາດເຕັກນິກພິເສດຊຸດທຳອິດຈຳນວນ 225ຄົນໄປໃຫ້ບໍລິການດ້ານວິທະຍາສາດເຕັກນິກຢູ່ເຂດຊົນນະບົດ.

 

ເວລານັ້ນ, ທ່ານອູຈິ້ງສາຍ ຫາກໍຈົບການສຶກສາຄົ້ນຄວ້າຢູ່ເຢຍລະມັນແລ້ວກັບຄືນມາຮອດປະເທດ, ລາວກໍຖືກແຕ່ງຕັ້ງໄປບ້ານຊີ່ໂຮ້ວ ຕາແສງຫວາງຖາຍ ເມືອງຢຽນຜິງ ນະຄອນໜານຜິງ ເພື່ອຊ່ວຍຊາວກະສິກອນແກ້ໄຂບັນຫາດ້ານວິທະຍາສາດເຕັກນິກ, ເຊິ່ງຖືກພີ່ນ້ອງຊາວບ້ານເອີ້ນກັນວ່າ “ນັກວິຊາການວິທະຍາສາດເຕັກນິກພິເສດໝາຍເລກໜຶ່ງ”

 

ຫຼັງຈາກນັ້ນ 20 ກວ່າປີຜ່ານມາ, ມີນັກວິຊາການວິທະຍາສາດເຕັກນິກ10ກວ່າຄົນໄດ້ຖືກແຕ່ງຕັ້ງໄປບ້ານຊີ່ໂຮ້ວເປັນພິເສດຕາມລຳດັບໂດຍໄດ້ດຳເນີນການບໍລິການດ້ານວິທະຍາສາດເຕັກນິກຢ່າງຕໍ່ເນື່ອງ,ຊ່ວຍໃຫ້ບ້ານນ້ອຍໆຢູ່ເຂດພູດອຍແຫ່ງນີ້ກ້າວຂຶ້ນສູ່ເສັ້ນທາງໃໝ່ແຫ່ງການພັດທະນາ. ທຸກມື້ນີ້, ທົ່ວບ້ານຊີ່ໂຮ້ວສາມາດສ້າງມູນຄ່າການຜະລິດກະສິກຳໄດ້ຫຼາຍກວ່າ 300 ລ້ານຢວນຕໍ່ປີ, ໂຄງປະກອບເສດຖະກິດກະສິກຳໄດ້ມີການປ່ຽນແປງຢ່າງໃຫຍ່ຫຼວງ.

 

ປີ2002, ທ່ານສີຈິ້ນຜິງ ທີ່ດຳລົງຕຳແໜ່ງເປັນເຈົ້າແຂວງແຂວງຟູຈ້ຽນໃນເວລານັ້ນໄດ້ດຳເນີນການສຳຫຼວດຄົ້ນຄວ້າໃນຫົວຂໍ້ສະ ເພາະກ່ຽວກັບນະຄອນໜານຜິງປະຕິບັດວຽກງານແຕ່ງຕັ້ງພະນັກງານລົງສູ່ຊົນນະບົດຄື: ຄັດເລືອກແລະແຕ່ງຕັ້ງເລຂາໜ່ວຍພັກບ້ານ, ນັກວິຊາການວິທະຍາສາດເຕັກນິກພິເສດ, ຜູ້ຊ່ວຍວຽກຈໍລະຈອນຂອງຕາແສງ, ຫຼັງຈາກນັ້ນ, ທ່ານສີຈິ້ນຜິງໄດ້ລົງພິມບົດ ຄວາມໃນວາລະສານ “ສິວຊື” ເຊິ່ງເປັນສຽງຂອງສູນກາງພັກໂດຍລະບຸວ່າ: ມາດຕະການນີ້ເປັນການຄົ້ນຄວ້າທີ່ມີຜົນປະໂຫຍດຕໍ່ການປະດິດສ້າງກົນໄກປະຕິບັດວຽກງານຊົນນະບົດພາຍໃຕ້ເງື່ອນໄຂເສດຖະກິດຕະຫຼາດ ແລະເປັນໜ້າເອົາໃຈໃສ່ຖອດຖອນເປັນບົດຮຽນ.

 

ລະບຽບການແຕ່ງຕັ້ງນັກວິຊາການວິທະຍາສາດເຕັກນິກພິເສດໄດ້ຊຸກຍູ້ໃຫ້ນັກວິຊາການເຕັກນິກກະສິກຳລົງສູ່ຮາກຖານຊົນນະບົດ, ເປັນການສ້າງຊ່ອງທາງທີ່ສະດວກ ປຽບເໝືອນ “ເສັ້ນເລືອດຝອຍ”ໃຫ້ກັບນັກຄົ້ນຄວ້າວິທະຍາສາດທີ່ມຸ່ງໝັ້ນໃນການປະດິດສ້າງແລະສ້າງທຸລະກິດຢູ່ຊົນນະບົດນັ້ນລົງສູ່ຮາກຖານຢ່າງເລິກເຊິ່ງ, ມີຜົນດີຕໍ່ການເສີມຂະຫຍາຍທ່າແຮງສັງລວມຂອງວິທະຍາສາດເຕັກນິກກັບຜູ້ມີຄວາມຮູ້ຄວາມສາມາດ, ເພື່ອຕິດປີກແຫ່ງວິທະຍາສາດເຕັກນິກໃຫ້ກັບກະສິກຳ.

 

ພູອູຢີເປັນແຫຼ່ງກຳເນີດຊາອູ່ຫຼົງແລະຊາແດງ. ສວນຊາຊີວະພາບຢ້ຽນຈືເຄີ່ຕາແສງຊິງຊຸນນະຄອນໜານຜິງແຂວງຟູຈ້ຽນແມ່ນເຕັມໄປດ້ວຍຄວາມມີຊີວິດຊີວາ ແລະຕັ້ງຢູ່ທ່າມກາງພູຂຽວນ້ຳໃສ.

 

ທ່ານນາງລຽວຫົງ ສາສະດາຈານມະຫາວິທະຍາໄລກະເສດຟູຈ້ຽນ ທັງເປັນນັກວິຊາການວິທະຍາສາດເຕັກນິກທີ່ຖືກຕັ້ງແຕ່ງລົງສູ່ຊົນນະບົດເປັນພິເສດ ເຊິ່ງໄດ້ຫ້າວຫັນເຮັດວຽກຊ່ວຍຊາວກະສິກອນຢູ່ຕາມທົ່ງໄຮທົ່ງນາ. ເລີ່ມແຕ່ປີ2015ເປັນຕົ້ນມາ, ທ່ານນາງລຽວຫົງໄດ້ນຳພາທີມງານສ້າງຈຸດສາທິດສວນຊາຊີວະພາບກວມເນື້ອທີ່ຫຼາຍກວ່າ670ເຮັກຕາ ແລະສົ່ງຜົນປະໂຫຍດໃຫ້ກັບສວນຊາກວມເນື້ອທີ່6.700ກວ່າເຮັກຕາຢູ່ພູອູຢີ. ສວນຊາຊີວະພາບບໍ່ພຽງແຕ່ເຮັດໃຫ້ປະລິມານການຜະລິດໃບຊາໄດ້ເພີ່ມຂຶ້ນເທົ່ານັ້ນ, ຍັງສາມາດປັບປຸງຄຸນນະພາບດິນໃຫ້ດີຂຶ້ນ, ຍົກສູງຄຸນນະພາບໃບຊາ, ແລະລາຄາໃບຊາກໍໄດ້ຍົກສູງເກືອບ30%.

 

ຕອນບ່າຍວັນທີ 22 ມີນາ2021, ທ່ານສີຈິ້ນຜິງທີ່ກຳລັງສຳຫຼວດກວດກາວຽກງານຢູ່ແຂວງຟູຈ້ຽນໄດ້ເດີນທາງໄປເຖິງສວນຊາຊີວະພາບຢ້ຽນຈືເຄີ່ຕາແສງຊິງຊຸນ ເພື່ອກວດເບິ່ງສະພາບການເຕີບໂຕຂອງຕົ້ນຊາຍາມລະດູໃບໄມ້ປົ່ງ ແລະຮັບຮູ້ສະພາບການພັດທະ ນາອຸດສາຫະກຳໃບຊາຂອງທ້ອງຖິ່ນ.

 

ເມື່ອໄດ້ຮູ້ວ່າ ພາຍໃຕ້ການຊີ້ນຳຈາກທີມງານນັກວິຊາການວິທະຍາສາດເຕັກນິກພິເສດ, ສວນຊາໄດ້ເນັ້ນໃສ່ການປູກຊາຊີວະພາບ,ຍົກສູງຄຸນນະພາບໃບຊາ, ພາໃຫ້ຊາວສວນຊາສ້າງລາຍໄດ້ເພີ່ມຂຶ້ນ, ທ່ານສີຈິ້ນຜິງຮູ້ສຶກດີໃຈເປັນຢ່າງຍິ່ງ. ເພິ່ນເວົ້າກັບພີ່ນ້ອງຊາວບ້ານທັງຫຼາຍວ່າ: “ໃນເມື່ອກ່ອນ ອຸດສາຫະກຳໃບຊາເປັນເສົາຄ້ຳແຫ່ງການລຶບລ້າງຄວາມທຸກຍາກຂອງພວກສະຫາຍ, ໃນຕໍ່ໜ້າ ຕ້ອງສ້າງອຸດສາຫະກຳໃບຊາໃຫ້ເປັນເສົາຄ້ຳແຫ່ງການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ.” ທ່ານສີຈິ້ນຜິງໄດ້ໃຫ້ຄຳຊີ້ນຳວ່າ ຕ້ອງວາງແຜນເປັນເອກະພາບກັນເພື່ອພັດທະນາວັດທະນະທຳດ້ານຊາ, ອຸດສາຫະກຳໃບຊາ ແລະວິທະຍາສາດເຕັກນິກດ້ານຊາໃຫ້ດີ.

 

ໃນເວລາສຳຫຼວດກວດກາວຽກງານຄັ້ງນີ້, ທ່ານສີຈິ້ນຜິງໄດ້ເວົ້າເຖິງລະບຽບການແຕ່ງຕັ້ງນັກວິຊາການວິທະຍາສາດເຕັກນິກພິເສດທີ່ກຳເນີດເກີດຈາກນະຄອນໜານຜິງ, ເພິ່ນກ່າວວ່າ: ຕ້ອງເອົາໃຈໃສ່ສະຫຼຸບບົດຮຽນການປະຕິບັດລະບຽບການແຕ່ງຕັ້ງນັກວິຊາ ການວິທະຍາສາດເຕັກນິກພິເສດໃຫ້ດີ,ສືບຕໍ່ບູລະນະ,ປັບປຸງແລະຍຶດໝັ້ນປະຕິບັດລະບຽບການນີ້ຢ່າງຕໍ່ເນື່ອງ.

 

ຄວາມທັນສະໄໝດ້ານກະສິກຳແລະຊົນນະບົດ ທີ່ສຳຄັນແມ່ນຂຶ້ນຢູ່ກັບວິທະຍາສາດເຕັກນິກແລະຜູ້ມີຄວາມຮູ້ຄວາມສາມາດ.

 

ການພັດທະນາກະສິກຳຍຸກປັດຈຸບັນຢູ່ດິນເຄັມ ແມ່ນໄດ້ປະເຊີນກັບບັນຫາຫຍຸ້ງຍາກຈຳນວນຫຼາຍທີ່ຕ້ອງແກ້ໄຂ. ເນື່ອງຈາກສາເຫດຕ່າງໆເປັນຕົ້ນແມ່ນ ນ້ຳທະເລຖ້ວມ ແລະອື່ນໆ, ເຂດສາມລ່ຽມປາກແມ່ນ້ຳເຫຼືອງມີ80%ຂຶ້ນໄປເປັນດິນເຄັມ. ຊຸມປີຜ່ານມານີ້, ຜ່ານຈາກການນຳໃຊ້ແບບອະນຸລັກສິ່ງແວດລ້ອມນິເວດ ແລະການປະດິດສ້າງດ້ານຂະແໜງການແນວພັນພືດ, ເຮັດໃຫ້ດິນເຄັມສາມາດປູກແນວພັນພືດກະສິກຳທີ່ດີຫຼາຍຊະນິດທີ່ມີສະມັດຖະພາບສູງແລະສາມາດທົນ ທານຕໍ່ທາດເກືອໄດ້.

 



ຕອນເຊົ້າວັນທີ 21 ຕຸລາ2021, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ເຂດສາທິດອຸດສາຫະກຳເຕັກນິກສູງໃໝ່ດ້ານກະສິກຳເຂດສາມລ່ຽມປາກແມ່ນ້ຳເຫຼືອງ ເພື່ອຮັບຮູ້ການອະນຸລັກສິ່ງແວດລ້ອມນິເວດແລະການນຳໃຊ້ດິນເຄັມແບບສັງລວມ, ການເພາະພັນແລະເຜີຍແຜ່ການປູກພືດທີ່ທົນທານຕໍ່ທາດເກືອ.

 

    ຜ່ານຈາກຄວາມພະຍາຍາມຢ່າງບໍ່ລົດລະຂອງນັກຄົ້ນຄວ້າວິທະຍາສາດຈຳນວນຫຼວງຫຼາຍ, ເຂດແຄວ້ນແຫ່ງນີ້ໄດ້ເກີດມີການປ່ຽນແປງກາຍເປັນພື້ນທີ່ສີຂຽວທີ່ໜ້າປິຕິຊົມຊື່ນ. ໃນເວລາສຳຫຼວດຄົ້ນຄວ້າວຽກງານ, ທ່ານສີຈິ້ນຜິງໄດ້ຍ້ອງຍໍແລະໃຫ້ກຳລັງໃຈແກ່ນັກວິຊາການເຕັກນິກກະສິກຳວ່າ: “ການຂຽນບົດວິທະຍານິພົນຢູ່ກັບທົ່ງໄຮ່ທົ່ງນາ, ວຽກງານນີ້ ພວກສະຫາຍແມ່ນເຮັດໄດ້ດີຫຼາຍ.”

 

ຄວາມທັນສະໄໝດ້ານກະສິກຳ, ຂໍກຸນແຈສຳຄັນທີ່ສຸດແມ່ນຄວາມທັນສະໄໝດ້ານວິທະຍາສາດເຕັກນິກທາງກະສິກຳ. ທຸກມື້ນີ້, ວິທະຍາສາດເຕັກນິກໄດ້ກາຍເປັນແຮງຂັບເຄື່ອນສຳຄັນທີ່ສຸດໃນການພັດທະນາກະສິກຳແລະເສດຖະກິດສັງຄົມຊົນນະບົດຂອງຈີນ, ໄດ້ເສີມຂະຫຍາຍບົດບາດສຳຄັນທີ່ສຸດໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງປະເທດຊາດ,ນຳພາການພັດທະນາອຸດສາຫະກຳ, ຊຸກຍູ້ໃຫ້ຊາວກະສິກອນສ້າງລາຍໄດ້ເພີ່ມຂຶ້ນ ແລະອະນຸລັກສິ່ງແວດລ້ອມນິເວດ.