ຕອນຄ່ຳວັນທີ 26 ທັນວານີ້, ຄະນະກຳມະການສາທາລະນະສຸກແຫ່ງຊາດຈີນໄດ້ອອກແຈ້ງການວ່າ: ຈະປ່ຽນຊື່ພະຍາດອັກເສບປອດໂຄວິດ-19 ເປັນການຕິດເຊື້ອພະຍາດໂຄວິດ-19 ແລະ ຈະປະຕິບັດ “ການຄຸ້ມຄອງລະດັບ ຂ ຕໍ່ພະຍາດປະເພດ ຂ” ນັບແຕ່ວັນທີ 8 ມັງກອນປີໜ້າເປັນຕົ້ນໄປ.
ຕອນຄ່ຳວັນທີ 26 ທັນວານີ້, ກົນໄກຮ່ວມກັນປ້ອງກັນແລະຄວບຄຸມພະຍາດຂອງຄະນະລັດຖະບານຈີນໄດ້ເຜີຍແຜ່ ແຜນລວມກ່ຽວກັບການປະຕິບັດ “ການຄຸ້ມຄອງລະດັບ ຂ ຕໍ່ພະຍາດປະເພດ ຂ” ຕໍ່ການຕິດເຊື້ອພະຍາດໂຄວິດ-19 ໂດຍສະເໜີວ່າ: ຈະປັບປຸງການຄຸ້ມຄອງຕໍ່ການໄປມາຫາສູ່ລະຫວ່າງປະຊາຊົນຈີນແລະຕ່າງປະເທດ. ບຸກຄົນທີ່ຈະເຂົ້າມາຈີນຕ້ອງດຳເນີນການກວດນິວຄະເລອິກພາຍໃນ 48 ຊົ່ວໂມງ, ຖ້າຜົນກວດເປັນລົບ, ກໍສາມາດເດີນທາງເຂົ້າມາຈີນໄດ້, ບໍ່ຕ້ອງຮ້ອງຂໍ QR-Code ສຸຂະພາບນຳສະຖານທູດ ແລະ ສະຖານກົງສຸນຈີນປະຈຳຕ່າງປະເທດອີກ, ມີແຕ່ຕ້ອງຂຽນຜົນການກວດນິວຄະເລອິກເຂົ້າໃນແບບຟອມແຈ້ງສຸຂະພາບຢູ່ຕາມດ່ານກໍພໍແລ້ວ. ຖ້າຜົນກວດເປັນບວກ, ຄວນໃຫ້ຜົນກວດເປັນລົບກ່ອນແລ້ວຈິ່ງເຂົ້າມາຈີນ. ຈີນໄດ້ຍົກເລີກການກວດນິວຄະເລອິກ ແລະ ກັກບໍລິເວນຕໍ່ບຸກຄົນທີ່ເຂົ້າມາຈີນ. ຖ້າແຈ້ງສຸຂະພາບຕາມດ່ານຢ່າງປົກກະຕິ ແລະ ບໍ່ມີອາການຜິດປົກກະຕິ, ກໍຈະໄດ້ຮັບການອະນຸມັດໃຫ້ເຂົ້າສັງຄົມຈີນໄດ້ເລີຍ.