ປະທານາທິບໍດີແຊກບີອອກຄໍາສັ່ງໃຫ້ກອງທັບ ແລະ ຕໍາຫຼວດເຂົ້າສູ່ພາວະສຸກເສິນກຽມພ້ອມສູ້ຮົບລະດັບສູງສຸດ

2022-12-27 13:21:17 cri

ຕອນຄໍ່າວັນທີ 26 ທັນວານີ້, ທ່ານອາເລັກຊານດາ ວູຊິກ ປະທານາທິບໍດີແຊກບີ ໄດ້ອອກຄໍາສັ່ງໃຫ້ກອງທັບ ແລະ ຕໍາຫຼວດແຊກບີເຂົ້າສູ່ພາວະສຸກເສີນ ກຽມພ້ອມສູ້ຮົບລະດັບສູງສຸດ.

ທ່ານວູເຊວິກ ລັດຖະມົນຕີກະຊວງປ້ອງກັນປະເທດແຊັກບີກ່າວວ່າ: ອີງຕາມຄໍາສັ່ງຂອງ ທ່ານອາເລັກຊານດາ ວູຊິກ, ກອງທັບແຊກບີກຽມພ້ອມນໍາໃຊ້ກຳລັງອາວຸດໃນຕອນຄໍ່າມື້ດັ່ງກ່າວ. ທ່ານວູເຊວິກຊີ້ອອກວ່າ: ກອງທັບເຂົ້າສູ່ພາວະສຸກເສີນ ກຽມພ້ອມສູ້ຮົບລະດັບສູງສຸດແມ່ນເພື່ອປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງແຊັກບີ ແລະ ປ້ອງກັນບໍ່ໃຫ້ຊາວແຊັກບີ ຖືກຂົ່ມຂູ່ຈາກລັດທິກໍ່ການຮ້າຍ.