ລາຄາສະເລ່ຍໝົດປີຂອງນ້ຳມັນເຊື້ອໄຟໃນປີ 2022 ຢູ່ເຢຍລະມັນໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ

2022-12-27 12:40:44 cri

ອີງຕາມຕົວເລກຂໍ້ມູນທີ່ສະໂມສອນລົດທົ່ວປະເທດເຢຍລະມັນເປີດເຜີຍໃນວັນທີ 26 ທັນວານີ້ສະແດງໃຫ້ເຫັນວ່າ: ລາຄາສະເລ່ຍໝົດປີນີ້ຂອງນ້ຳມັນເຊື້ອໄຟຢູ່ເຢຍລະມັນໄດ້ເພີ່ມຂຶ້ນເປັນ 1,86 ເອີໂຣຕໍ່ລິດ, ລາຄາສະເລ່ຍຂອງນ້ຳມັນກາຊວນແມ່ນ 1,95 ເອີໂຣຕໍ່ລິດ, ລ້ວນແຕ່ໄດ້ສ້າງສະຖິຕິສູງສຸດຄັ້ງໃໝ່ໃນປະຫວັດສາດ.


ໃນຂະນະດຽວກັນ, ສະໂມສອນລົດທົ່ວປະເທດເຢຍລະມັນຍັງແຈ້ງໃຫ້ຮູ້ຕື່ມວ່າ: ຍ້ອນວ່າລັດຖະບານເຢຍລະມັນໄດ້ປະຕິບັດນະໂຍບາຍຫຼຸດອາກອນໃຫ້ຕ່ຳລົງ ແລະ ເຈົ້າຂອງລົດໄດ້ຂັບຂີ່ລົດໜ້ອຍກວ່າເກົ່າ, ປັດຈຸບັນ, ລາຄານ້ຳມັນເຊື້ອໄຟຢູ່ເຢຍລະມັນໄດ້ຫຼຸດຕ່ຳລົງຮອດ “ລະດັບປົກກະຕິ” ແລ້ວ.