ອາເມຣິກາຄອບງຳຫາງສຽງ ຍິ່ງຈະເຮັດໃຫ້ຄວາມໜ້າເຊື່ອຖືຂອງຕົນເອງສູນຫາຍໄປໝົດ

2022-12-27 22:18:27 cri


ຫວ່າງມໍ່ໆມານີ້, ເວັບໄຊ “The Intercept” ທີ່ເປັນເວໄຊສືບສວນອິດສະຫຼະຂອງອາເມຣິກາໄດ້ເປີດເຜີຍໃຫ້ຮູ້ວ່າ: ກະຊວງປ້ອງກັນປະເທດອາເມຣິກາໄດ້ຮ່ວມມືກັບສື່ສັງຄົມອອນລາຍເປັນໄລຍະຍາວ, ນຳໃຊ້ບັນຊີສື່ສັງຄົມອອນລາຍປອມ ກໍ່ສົງຄາມອິນເຕີເນັດ, ເຜີຍແຜ່ຂ່າວປອມ, ຄອບງຳຫາງສຽງ ແລະ ໃສ່ຮ້າຍປ້າຍສີປະເທດອື່ນຢູ່ເຂດຕາເວັນອອກກາງ ແລະເຂດອື່ນໆ ເພື່ອປົກປ້ອງຄວາມເປັນເຈົ້າໂລກຂອງຕົນ.

ປີ 2017, ກະຊວງປ້ອງກັນປະເທດອາເມຣິກາ ໄດ້ສົ່ງ E-mail ໄປຍັງທີມງານທວິດເຕີ, ຮຽກຮ້ອງໃຫ້ທວິດເຕີຍົກເລີກການຫ້າມໃຊ້ຕໍ່ບັນຊີງວດໜຶ່ງ ທີ່ລົງບົດຄວາມດ້ວຍພາສາອາຣັບ. ມື້ດຽວກັນ, ພະນັກງານຂອງທວິດເຕີກໍໄດ້ຈົດໄວ້ບັນຊີ 52 ເລກໝາຍເຂົ້າໃນ “ບັນຊີຂາວ” ດ້ວຍລະບົບພາຍໃນຂອງບໍລິສັດທວິດເຕີ ຕາມຄວາມຮ້ອງຂໍຂອງເຈົ້າໜ້າທີ່ທະຫານອາເມຣິກາ, ຫຼັງຈາກນັ້ນ, ບັນຊີເຫຼົ່ານີ້ກໍບໍ່ຕ້ອງຜ່ານການກວດກາຈາກກະຕິກາພາຍໃນຂອງທວິດເຕີອີກແລ້ວ.

ບົດບັນທຶກສະແດງໃຫ້ເຫັນວ່າ: ໃນ 52 ບັນຊີດັ່ງກ່າວ ມີຈຳນວນໜຶ່ງໄດ້ລົງບົດຄວາມດ້ວຍພາສາທ້ອງຖິ່ນຕາເວັນອອກກາງ ເພື່ອແກ້ຕົວຕໍ່ເຫດການທີ່ອາເມຣິກາກໍ່ການໂຈມຕີຢູ່ເຢເມນດ້ວຍເຮືອບິນບໍ່ມີຄົນຂັບ ແລະເຮັດໃຫ້ມີສາມັນຊົນເສຍຊີວິດ, ໂຄສະນາອົງການຕ້ານລັດຖະບານຊີຣີ ທີ່ໄດ້ຮັບການສະໜັບສະໜູນຈາກອາເມຣິກາ ແລະ ເຜີຍແຜ່ຖ້ອຍຄວາມຕ່າງໆທີ່ໃສ່ຮ້າຍປ້າຍສີອີຣານ ແລະອື່ນໆ.

ທີ່ຈິງແລ້ວ, ບັນຊີ 52 ເລກໝາຍດັ່ງກ່າວ ເປັນພຽງສ້ຽວໜຶ່ງເທົ່ານັ້ນ. ຕາມຂ່າວແຈ້ງວ່າ: ປີ 2020, ຜູ້ບໍລິຫານລະດັບສູງ ແລະ ທະນາຍຄວາມຂອງບໍລິສັດທວິດເຕີ ເຄີຍໄດ້ເປິກສາຫາລືຢ່າງເປີດເຜີຍກ່ຽວກັບການເຄື່ອນໄຫວໂຄສະນາແບບປິດລັບຂອງທຳນຽບ 5 ແຈ ແລະ ໄດ້ແຈ້ງໃຫ້ຊາບກັນກ່ຽວກັບບັນຊີຂອງທຳນຽບ 5 ແຈ 157 ເລກໝາຍ ທີ່ບໍ່ທັນໄດ້ເປີດເຜີຍຕໍ່ພາຍນອກ. ໂດຍຜ່ານການນຳໃຊ້ວິທີຕ່າງໆ ເຊັ່ນ: ເປີດບັນຊີປອມ, ເຜີຍແຜ່ເນື້ອໃນທີ່ຄ້າຍຄືກັນ, ຈົງໃຈສ້າງປະເດັນຮ້ອນຕ່າງໆ ແລະວິທີອື່ນໆ, ອາເມຣິກາໄດ້ປະຕິບັດການເຄື່ອນໄຫວໂຄສະນາທາງການເມືອງ ແລະ ສ້າງຂ່າວລືຂ່າວປອມຕາມລຳພັງໃຈ. ກ່ອນນີ້ສິບກວ່າປີ, ກອງບັນຊາການສູນກາງອາເມຣິກາ ກໍເຄີຍໄດ້ປະຕິບັດການເຄື່ອນໄຫວ “ສຽງຈາກຄວາມຈິງໃຈ” ທີ່ໃຊ້ເງິນຫຼາຍກວ່າ 200 ລ້ານໂດລາສະຫະລັດ, ໃນການເຄື່ອນໄຫວດັ່ງກ່າວ, ທະຫານອາເມຣິກາຜູ້ໜຶ່ງ ສາມາດດຳເນີນການເຄື່ອນໄຫວດ້ວຍບັນຊີສື່ສັງຄົມອອນລາຍ 10 ເລກໝາຍ, ປອມຕົວເປັນຄົນທີ່ມາຈາກແຫ່ງຕ່າງໆຂອງໂລກ ເພື່ອດຳເນີນການໂຄສະນາໃຫ້ໃກ້ຊິດກັບອາເມຣິກາ, ແລະຄອບງຳສື່ສັງຄົມອອນລາຍຢ່າງປິດລັບ. ຍິ່ງໄປກວ່ານັ້ນ, ໃນໄລຍະສົງຄາມເຢັນ, ອົງການຂ່າວລັບສູນກາງອາເມຣິກາ ຫຼື CIA ກໍເຄີຍປະຕິບັດແຜນການ “Operation Mockingbird” ໂດຍໄດ້ຈັດຈ້າງນັກຂ່າວຢ່າງໜ້ອຍ 400 ຄົນ ແລະ ອົງການຈັດຕັ້ງຂະໜາດໃຫຍ່ 25 ອົງການໃນທົ່ວໂລກ.

ເວັບໄຊ Monthly Review ຂອງອາເມຣິກາ ໄດ້ລົງບົດວິເຄາະ ໂດຍລະບຸວ່າ: ມີຫຼັກຖານນັບມື້ນັບຫຼາຍໄດ້ຢືນຢັນໃຫ້ເຫັນວ່າ ອາເມຣິກາ ແລະ ປະເທດຕາເວັນຕົກອື່ນໆຈຳນວນໜຶ່ງໄດ້ຖືສື່ສັງຄົມອອນລາຍເປັນ “ອາວຸດຂອງສົງຄາມເຢັນຄັ້ງໃໝ່”.

ເປັນທີ່ຈະແຈ້ງແລ້ວວ່າ, ຄຽງຄູ່ກັບເຕັກນິກເຜີຍແຜ່ໂຄສະນາໄດ້ພັດທະນາດີຂຶ້ນ ແລະ ສະພາບແວດລ້ອມຫາງສຽງເກີດການປ່ຽນແປງໃໝ່, ຍຸດໂທບາຍທີ່ປະເທດຕາເວັນຕົກຄອບງຳ ຫາງສຽງສາກົນກໍໄດ້ປ່ຽນແປງໃໝ່ເຊັ່ນກັນ ແລະ ໄດ້ເລີ່ມສວຍໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນລາຍດຳເນີນການໂຄສະນາເປັນການໃຫຍ່. ການຄອບງຳຫາງສຽງ ແລະ ເຜີຍແຜ່ຂ່າວລືຂ່າວປອມ ແມ່ນຫຼັກຖານອີກຢ່າງໜຶ່ງທີ່ປະເທດຕາເວັນຕົກຄອບງຳສື່ສັງຄົມອອນລາຍ.

ອາເມຣິກາຄອບງຳຫາງສຽງ, ເປົ້າໝາຍສຳຄັນອັນໜຶ່ງກໍຄືແກ້ຕົວໃຫ້ແກ່ການກໍ່ກຳທຳເຂັນຂອງຕົນ, ພ້ອມທັງສ້າງຄວາມເສື່ອມເສຍຊື່ສຽງໃຫ້ເປະເທດອື່ນ. ແຕ່ວ່າ ການກະທຳແບບນີ້ ເມື່ອເຮັດຫຼາຍເທື່ອແລ້ວ ຜູ້ເຊື່ອກໍຫຼຸດລົງ. ອາເມຣິກາໃນຊູ່ມື້ນີ້ ໄດ້ສູນເສຍຄວາມໜ້າເຊື່ອຖືຂອງຕົນ ມາແຕ່ດົນແລ້ວ. ໃນສະພາບການຫາງສຽງສາກົນທີ່ທຸກໆຄົນລ້ວນແຕ່ມີໄມໂຄຣໂຟນ ແລະ ກ້ອງຖ່າຍຮູບນັ້ນ, ບັນຊີປອມ ແລະ ຂ່າວລືຕ່າງໆ ລ້ວນແຕ່ຈະກາຍເປັນເລື່ອງຕະຫຼົກໃນທີ່ສຸດ.