ກອງທັບປົດປ່ອຍປະຊາຊົນຈີນຈັດການລາດຕະເວນແລະເຝິກຊ້ອມປະສົມທາງອາກາດ ແລະ ທາງທະເລຢູ່ອ້ອມຮອບເກາະໄຕ້ຫວັນ

2022-12-27 22:14:19 cri


ວັນທີ 25 ທັນວາ 2022, ເຂດສູ້ຮົບຕາເວັນອອກຂອງກອງທັບປົດປ່ອຍປະຊາຊົນຈີນໄດ້ປະກາດຈັດການເຝິກຊ້ອມທາງອາກາດ ແລະ ທາງທະເລ ຢູ່ອ້ອມຮອບເກາະໄຕ້ຫວັນ.

ພັນເອກຊື່ຢີ້  ໂຄສົກເຂດສູ້ຮົບຕາເວັນອອກກ່າວວ່າ: ວັນທີ 25 ທັນວານີ້, ເຂດສູ້ຮົບຕາເວັນອອກຂອງກອງທັບປົດປ່ອຍປະຊາຊົນຈີນໄດ້ຈັດຕັ້ງເຫຼົ່າທັບແລະເຫຼົ່າຮົບຕ່າງໆດຳເນີນການລາດຕະເວນແລະຝຶກຊ້ອມຍິງປືນໂຈມຕີປະສົມທາງອາກາດ ແລະ ທາງທະເລ ຢູ່ອ້ອມຮອບເກາະໄຕ້ຫວັນ ເຊິ່ງເປັນການຕອບໂຕ້ຢ່າງເດັດດ່ຽວຕໍ່ອາເມຣິກາ ແລະ ເຈົ້າໜ້າທີ່ໄຕ້ຫວັນທີ່ສົມຮູ້ຮ່ວມຄິດກັນ ແລະ ທຳການທ້າທາຍເກາະຜິດຈີນໃນໄລຍະຜ່ານມາ. ກອງທັບເຂດສູ້ສົບຕາເວັນອອກຈະປະຕິບັດມາດຕະການທຸກຢ່າງທີ່ຈຳເປັນ ເພື່ອປ້ອງກັນສິດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງເດັດດ່ຽວ.