ຈັດພິທີມອບ-ຮັບໂຄງການສ້ອມແປງບູລະນະໂຮງລະຄອນແຫ່ງຊາດມຽນມາທີ່ຈີນຊ່ວຍເຫຼືອ

2022-12-28 13:34:05 cri

ວັນທີ 27 ທັນວານີ້, ພິທີມອບ-ຮັບໂຄງການສ້ອມແປງບູລະນະໂຮງລະຄອນແຫ່ງຊາດ ມຽນມາທີ່ຈີນຊ່ວຍເຫຼືອ ໄດ້ຈັດຂຶ້ນຢູ່ນະຄອນຢາງກຸ້ງ ປະເທດມຽນມາ.

ໂຮງລະຄອນແຫ່ງຊາດມຽນມາເປັນໂຮງລະຄອນໃຫຍ່ທີ່ສຸດຂອງມຽນມາ ເຊິ່ງແມ່ນການຊ່ວຍເຫຼືອກໍ່ສ້າງໂດຍຈີນ ແລະສໍາເລັດການກໍ່ສ້າງໃນປີ 1990, ເປັນໜຶ່ງໃນໂຄງການຕ່າງໆທີ່ເປັນສັນຍາລັກແຫ່ງມິດຕະພາບຖານອ້າຍນ້ອງຈີນ-ມຽນມາ. ໂຄງການສ້ອມແປງບູລະນະໂຮງລະຄອນແຫ່ງຊາດມຽນມາແມ່ນເລີ່ມປະຕິບັດມາແຕ່ປີ 2019 ແລະໄດ້ດໍາເນີນໄປຢ່າງຕໍ່ເນື່ອງພາຍໃຕ້ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ແລະຄວາມຫຍຸ້ງຍາກອື່ນໆ. ປັດຈຸບັນ, ໂຮງລະຄອນແຫ່ງຊາດມຽນມາໄດ້ຖືກຍົກລະດັບເປັນໂຮງລະຄອນສິລະປະທັນສະໄໝທີ່ໄດ້ມາດຕະຖານສູງ.

ມຽນມາໄດ້ສະແດງຄວາມຂອບໃຈຕໍ່ໜ່ວຍງານກໍ່ສ້າງຂອງຈີນທີ່ໄດ້ສໍາເລັດການສ້ອມ ແປງບູລະນະຢ່າງມີຄວາມຮັບຜິດຊອບ ເຊິ່ງສະແດງໃຫ້ເຫັນເຖິງມິດຕະພາບຖານອ້າຍນ້ອງ ລະຫວ່າງປະຊາຊົນມຽນມາກັບປະຊາຊົນຈີນ.

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ