ໄລຍະ 11 ເດືອນປີນີ້, ການອອກໃບຢັ້ງຢືນ RCEP ໃນລະບົບສົ່ງເສີມການຄ້າທົ່ວປະເທດຈີນ ມີຫຼາຍກວ່າ 140.000 ສະບັບ

2022-12-28 13:34:48 cri

ວັນທີ 27 ທັນວານີ້, ຄະນະກໍາມະການສົ່ງເສີມການຄ້າຈີນແຈ້ງໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນຫາເດືອນພະຈິກປີນີ້, ການອອກໃບຢັ້ງຢືນສັນຍາການພົວພັນຄູ່ຮ່ວມເສດຖະກິດ ຮອບດ້ານລະດັບພາກພື້ນ ຫຼື RCEP ໃນລະບົບສົ່ງເສີມການຄ້າທົ່ວປະເທດຈີນມີມູນຄ່າເຖິງ 6 ຕື້ກວ່າໂດລາສະຫະລັດ, ຈໍານວນໃບຢັ້ງຢືນມີຫຼາຍກວ່າ 140.000 ສະບັບ.

ໃນນັ້ນ, ການອອກໃບຢັ້ງຢືນແຫຼ່ງຜະລິດຂອງ RCEP ໃນລະບົບສົ່ງ ເສີມການຄ້າທົ່ວປະເທດຈີນໃນເດືອນພະຈິກປີນີ້ ມີມູນຄ່າເຖິງ 599.000.000 ໂດລາສະຫະລັດ, ໃບຢັ້ງຢືນມີ 16.487 ສະບັບ ແລະ ວິສາຫະກິດທີ່ເຮັດໃບຢັ້ງຢືນມີ 3.062 ແຫ່ງ.