ທ່ານສີຈິ້ນຜິງເປັນປະທານຈັດກອງປະຊຸມຊີວິດປະຊາທິປະໄຕກົມການເມືອງສູນກາງພັກກອມມູນິດຈີນ ແລະ ກ່າວຄຳປາໄສສຳຄັນ

2022-12-28 15:34:54 CRI

ກົມການເມືອງສູນກາງພັກກອມມູນິດຈີນໄດ້ຈັດກອງປະຊຸມຊີວິດປະຊາທິປະໄຕລະຫວ່າງວັນທີ 26 ຫາ 27 ທັນວານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ເປັນປະທານກອງປະຊຸມ ແລະ ກ່າວຄຳປາໄສສຳຄັນ.


ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ການຜັນຂະຫຍາຍແລະຈັດຕັ້ງປະຕິບັດຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະທດຄັ້ງທີ 20 ຂອງພັກ, ແມ່ນໜ້າທີ່ການເມືອງອັນດັບໜຶ່ງຂອງທົ່ວພັກໃນປັດຈຸບັນ ແລະ ໃນໄລຍະໜຶ່ງຕໍ່ໄປ. ການປົກປ້ອງການນຳພາໂດຍລວມສູນເປັນເອກະພາບ ຂອງສູນກາງພັກ, ແມ່ນຫຼັກການກໍ່ສ້າງພັກທີ່ສຳຄັນ ສຳລັບພັກກຳອຳນາດລັດທິມາກທີ່ສຸກງອມ. ຄວາມທັນສະໄໝແບບຈີນແມ່ນພາລະກິດບຸກເບີກແບບບໍ່ເຄີຍມີມາກ່ອນ ແລະ ຕ້ອງການໃຫ້ພວກເຮົາຄົ້ນຄວ້າ ແລະ ປະດິດສ້າງໃໝ່.


ທ່ານສີຈິ້ນຜິງກ່າວຕື່ມວ່າ: ໃນກອງປະຊຸມຄັ້ງນີ້, ຫຼາຍສະຫາຍໃນກົມການເມືອງສູນກາງພັກໄດ້ມີຄວາມເຫັນ ແລະ ຂໍ້ສະເໜີ ທີ່ດີຫຼາຍຂໍ້ ເພື່ອເຮັດວຽກງານໃຫ້ດີ. ພາຍຫຼັງສຳເລັດກອງປະຊຸມແລ້ວ, ພວກເຮົາຕ້ອງເລັ່ງຄົ້ນຄວ້າພິຈາລະນາ ແລະ ວາງມາດຕະການໃໝ່ ເພື່ອປັບປຸງວຽກງານໃຫ້ດີຂຶ້ນ ແລະ ພະຍາຍາມໃຫ້ໄດ້ຮັບປະສິດທິຜົນຢ່າງແທ້ຈິງ.