ເມື່ອລະດູໜາວຜ່ານພົ້ນໄປ ລະດູບານໃໝ່ຈະຕ້ອງໝູນວຽນມາເຖິງໃນທຸກໆຄັ້ງ

2022-12-28 19:42:18 cri

ປັດຈຸບັນນີ້, ທົ່ວປະເທດຈີນພວມໄດ້ກ້າວເຂົ້າສູ່ລະດູໜາວ. ໃນໄລຍະສົ່ງທ້າຍປີເກົ່າ, ພ້ອມດຽວກັນທ້ອງຖິ່ນຕ່າງໆຂອງຈີນ ກໍໄດ້ປັບປຸງມາດຕະການປ້ອງກັນ ແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19, ຕົວເມືອງຕ່າງໆຂອງຈີນພວມມີຄວາມຄຶກຄື້ນຄືນໃໝ່; ຮ້ານອາຫານໃນເມືອງຕ່າງໆ ກໍໄດ້ປະດັບປະດາໄປດ້ວຍໄຟແສງສີອີກ, ໂຮງຮູບເງົາຕ່າງໆ ກໍໄດ້ເປີດຄືນໃໝ່ຕາມໆກັນ, ວິສາຫະກິດໄດ້ຟື້ນຟູການຜະລິດຢ່າງເປັນລະບຽບ, ໜ່ວຍໂຄສະນາການລົງທຶນຂ້າມຊາດກໍເລີ່ມເຄື່ອນໄຫວຄືນໃໝ່…ເຫຼົ່ານີ້ເປັນຕົ້ນ ເຊິ່ງໄດ້ເຮັດໃຫ້ລະດູໜາວປີນີ້ ມີຄວາມອົບອຸ່ນຂຶ້ນ.

ນັບແຕ່ເກີດມີການແພ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ຈີນໄດ້ຍຶດໝັ້ນວາງແຜນລວມໂດຍຄຳນຶງເຖິງດ້ານຕ່າງໆ ແລະ ດຳເນີນການຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ໄດ້ນຳໜ້າໝູ່ຟື້ນຟູການຜະລິດ ແລະ ການເຮັດວຽກໃນຂອບເຂດທົ່ວໂລກ, ຕັ້ງໜ້າຊຸກຍູ້ການເປີດປະຕູສູ່ພາຍນອກທີ່ມີລະດັບສູງ, ໂດຍຜ່ານຈາກມາດຕະການປ້ອງກັນແລະຄວບຄຸມພະຍາດຕ່າງໆ ເຊັ່ນ: ຈັດໃຫ້ມີ “ຊ່ອງທາງສະດວກ”, ປັບປຸງນະໂຍບາຍວີຊາໃຫ້ດີຂຶ້ນ, ເພີ່ມຖ້ຽວບິນສາກົນ ແລະ ປັບປຸງມາດຕະການປ້ອງກັນແລະຄວບຄຸມພະຍາດແຕ່ຕົ້ນທາງເປັນຕົ້ນ ເພື່ອອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ຂອງປະຊາຊົນ ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການປົກປັກຮັກສາຄວາມໝັ້ນທ່ຽງຂອງຕ່ອງໂສ້ການສະໜອງ ແລະ ຕ່ອງໂສ້ອຸດສາຫະກຳທົ່ວໂລກ.

ຫວ່າງກ່ອນນີ້ບໍ່ດົນ, ອົງການພາສີແຫ່ງຊາດຈີນໄດ້ຕັ້ງໜ້າຊຸກຍູ້ໃຫ້ດ່ານທາງບົກ ຢູ່ຕາມຊາຍແດນຈີນເປີດດ່ານຄືນໃໝ່ຢ່າງເປັນລະບຽບ, ໄດ້ປັບປຸງມາດຕະການປ້ອງກັນແລະຄວບຄຸມພະຍາດຢູ່ຕາມດ່ານຊາຍແດນໃຫ້ດີຂຶ້ນ, ສຸມໃສ່ປະສານງານເພື່ອຮັບປະກັນຄວາມລຸລ່ວງໃນການຜ່ານດ່ານ ແລະອຳນວຄວາມສະດວກໃຫ້ແກ່ການໄປມາຫາສູ່ທາງເສດຖະກິດການຄ້າສາກົນ ໃນຂະນະທີ່ເຝົ້າລະວັງບໍ່ໃຫ້ພະຍາດແພ່ລະບາດເຂົ້າມາຈາກພາຍນອກ. ໃນໄລຍະມໍ່ໆມານີ້, ການຄ້າຜ່ານດ່ານຊາຍແດນຫຼາຍແຫ່ງຂອງຈີນໄດ້ຟື້ນຕົວຄືນໃໝ່. ຕາມສື່ມວນຊົນຫວຽດນາມລາຍງານວ່າ: ຄະນະກຳມະການຄຸ້ມຄອງເຂດເສດຖະກິດດ່ານດົງດັງ ແຂວງລັງເຊີນຫວຽດນາມກ່າວວ່າ: ອາທິດທຳອິດຂອງເດືອນທັນວາປີນີ້, ສິນຄ້າສົ່ງອອກຜ່ານດ່ານດົງດັງ-ຜິງສຽງ ໄດ້ເລີ່ມເພີ່ມຂຶ້ນຢ່າງວ່ອງໄວ, ໃນນັ້ນ, ມູນຄ່າສິນຄ້າສົ່ງອອກຜ່ານດ່ານດົງດັງໄດ້ບັນລຸເຖິງ 35 ລ້ານໂດລາສະຫະລັດ, ໄດ້ເພີ່ມຂຶ້ນ 21% ເມື່ອທຽບໃສ່ອາທິດກ່ອນ, ລົດຂົນສົ່ງສິນຄ້າກໍນັບມື້ນັບເພີ່ມຂຶ້ນ. ດ່ານຢຸ້ຍລີ້, ເຖິງຊົງ ແລະ ມາງຊືຂອງແຂວງຢຸນນານ ກໍໄດ້ຍົກເລີກການບໍລິການຂັບລົດແທນຂ້າມຊາຍແດນ, ການຂ້າເຊື້ອໃຫ້ສິນຄ້າ ແລະ ມາດຕະການອື່ນໆ, ໄດ້ຟື້ນຟູການແຈ້ງດ່ານຢ່າງເປັນປົກກະຕິ.

ນອກນີ້, ຈີນຍັງໄດ້ອຳນວຍຄວາມສະດວກນັບມື້ນັບຫຼາຍຂຶຶ້ນໃຫ້ແກ່ການເຂົ້າອອກເມືອງຂອງປະຊາຊົນ ໂດຍອີງຕາມສະພາບຕົວຈິງ.


ຕອນຄ່ຳວັນທີ 26 ທັນວານີ້, ກົນໄກຮ່ວມກັນປ້ອງກັນແລະຄວບຄຸມພະຍາດຂອງຄະນະລັດຖະບານຈີນໄດ້ເຜີຍແຜ່ ແຜນລວມກ່ຽວກັບການປະຕິບັດ “ການຄຸ້ມຄອງລະດັບ ຂ ຕໍ່ພະຍາດຕິດແປດປະເພດ ຂ” ຕໍ່ການຕິດເຊື້ອພະຍາດໂຄວິດ-19 ໂດຍສະເໜີວ່າ: ຈະປັບປຸງການຄຸ້ມຄອງຕໍ່ການໄປມາຫາສູ່ລະຫວ່າງປະຊາຊົນຈີນ ແລະຕ່າງປະເທດ. ບຸກຄົນທີ່ຈະເດີນທາງໄປຈີນຕ້ອງດຳເນີນການກວດນິວຄະເລອິກພາຍໃນ 48 ຊົ່ວໂມງ, ຖ້າຜົນກວດເປັນລົບ, ກໍສາມາດເດີນທາງເຂົ້າມາຈີນໄດ້, ບໍ່ຕ້ອງຮ້ອງຂໍ QR-Code ສຸຂະພາບນຳສະຖານທູດ ແລະ ສະຖານກົງສຸນຈີນປະຈຳຕ່າງປະເທດອີກ, ມີແຕ່ຂຽນຜົນການກວດນິວຄະເລອິກລົງໃນແບບຟອມແຈ້ງສຸຂະພາບຜ່ານດ່ານກໍພໍແລ້ວ. ຖ້າຜົນກວດເປັນບວກ, ຄວນໃຫ້ຜົນກວດເປັນລົບກ່ອນແລ້ວຈິ່ງເດີນທາງໄປຈີນ. ຈີນໄດ້ຍົກເລີກການກວດນິວຄະເລອິກ ແລະ ກັກບໍລິເວນຕໍ່ບຸກຄົນທີ່ເດີນທາງເຂົ້າມາໃນຈີນ.


ວັນທີ 27 ທັນວານີ້, ອົງການຄຸ້ມຄອງຄົນເຂົ້າ-ອອກເມືອງແຫ່ງຊາດຈີນໄດ້ເຜີຍແຜ່ “ແຈ້ງການກ່ຽວກັບການປັບປຸງນະໂຍບາຍ ແລະມາດຕະການຄຸ້ມຄອງຄົນເຂົ້າ-ອອກເມືອງ ພາຍຫຼັງດຳເນີນການຄຸ້ມຄອງລະດັບ ຂ ຕໍ່ພະຍາດຕິດແປດປະເພດ ຂ ສຳລັບການຕິດເຊື້ອພະຍາດໂຄວິດ-19” ໃນເວັບໄຊຂອງອົງການຕົນ ໂດຍລະບຸວ່າ: ຈະຟື້ນຟູການຮັບເອົາການຮ້ອງຂໍໜັງສືຜ່ານແດນທຳມະດາຂອງພົນລະເມືອງຈີນ ເພື່ອການໄປທ່ຽວ ຫຼື ໄປຢ້ຽມຢາມພີ່ນ້ອງໝູ່ເພື່ອນຢູ່ຕ່າງປະເທດ, ຈະຟື້ນຟູການຂົນສົ່ງຜູ້ໂດຍສານແລະສິນຄ້າເຂົ້າອອກດ່ານທັງທາງບົກ ແລະ ທາງນ້ຳເປັນກ້າວໆ.

ໃນຂະນະດຽວກັນ, ຫວ່າງມໍ່ໆມານີ້, ລັດຖະບານລາວກໍໄດ້ປະກາດຍົກເລີກຂໍ້ກຳນົດກ່ຽວກັບການອອກໃບຢັ້ງຢືນການສັກວັກຊິນຕ້ານໂຄວິດ-19 ແລະ ໃບຢັ້ງຢືນຜົນການກວດນິວຄະເລອິກເປັນລົບພາຍໃນ 48 ຊົ່ວໂມງໃນເວລາຜ່ານດ່ານ.

ນະໂຍບາຍທີ່ປະຕິບັດໃໝ່ຂອງລັດຖະບານຈີນ ແລະ ລັດຖະບານລາວ ສະແດງໃຫ້ເຫັນວ່າ: ລັດຖະບານສອງປະເທດໄດ້ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງບັງເກີດຜົນໃນໄລຍະຜ່ານມາ ແລະ ກໍມີຜົນດີຕໍ່ການຊ່ວຍຊຸກຍູ້ເສດຖະກິດຂອງສອງປະເທດໃຫ້ຟື້ນຕົວຄືນສູ່ປົກກະຕິ ແລະ ໄດ້ຮັບການພັດທະນາ ໃນໄລຍະທ້າຍຂອງການແພ່ລະບາດຂອງພະຍາດໂຄວິດ-19. ລະດູໜາວຈະຕ້ອງຜ່ານພົ້ນໄປ ແລະ ລະດູບານໃໝ່ຈະຕ້ອງໝູນວຽນມາເຖິງໃນໄວໆນີ້. ປີໃໝ່ ປີ 2023 ໃກ້ຈະໝູນວຽນມາເຖິງແລ້ວ, ສະພາບສັງຄົມທີ່ນັບມື້ນັບຄຶກຄື້ນ ແລະ ການເຊື່ອມໂຍງເຊື່ອມຈອດທີ່ເລີ່ມຕົ້ນໃໝ່ ໄດ້ຝາກຝັງຄວາມຫວັງໃໝ່ຄື ທຸກສິ່ງທຸກຢ່າງຍ່ອມຈະນັບມື້ນັບດີຂຶ້ນ!