ລູກສາວຂອງທ່ານທັກສິນ ຊິນນະວັດ ສະໝັກເຂົ້າຮ່ວມການເລືອກຕັ້ງນາຍົກລັດຖະມົນຕີໄທ

2022-12-28 15:35:48 CRI

ຫວ່າງມໍ່ໆມານີ້, ຜົນການຢັ່ງປະຊາມະຕິຄັ້ງຫຼ້າສຸດຂອງໄທສະແດງໃຫ້ເຫັນວ່າ: ທ່ານນາງແພທອງທານ ຊິນນະວັດ ຜູ້ສະໝັກຮັບເລືອກຕັ້ງນາຍົກລັດຖະມົນຕີໄທຈາກພັກເພື່ອໄທ, ລູກສາວຫຼ້າຂອງທ່ານທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີໄທມີຄະແນນນຳໜ້າໃນການຢັ່ງປະຊາມະຕິດ້ວຍສຽງສະໜັບສະໜູນຫຼາຍຖ້ວມທົ້ນ, ອັດຕາສ່ວນສະໜັບສະໜູນໄດ້ສູງກວ່າອັດຕາສ່ວນສະໜັບສະໜູນທ່ານປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທຄົນປັດຈຸບັນ 1 ເທົ່າຕົວຂຶ້ນໄປ. ຜົນການຢັ່ງປະຊາມະຕິສະແດງໃຫ້ເຫັນວ່າ: ອັດຕາສ່ວນສະໜັບສະໜູນທ່ານນາງແພທອງທານ ຊິນນະວັດແມ່ນ 34%.


ທ່ານນາງແພທອງທານ ຊິນນະວັດໄດ້ເຂົ້າສູ່ວົງການການເມືອງໄທໃນປີ 2021 ແລະ ກາຍເປັນທີ່ເປິກສາການເມືອງຂອງພັກເພື່ອໄທ. ເດືອນມີນາປີນີ້, ພັກເພື່ອໄທໄດ້ປະກາດແຕ່ງຕັ້ງທ່ານນາງແພທອງທານ ຊິນນະວັດ ເປັນຫົວໜ້າຄອບຄົວເພື່ອໄທ. ນັບແຕ່ກາຍເປັນຜູ້ນຳຂອງພັກເພື່ອໄທເປັນຕົ້ນມາ, ທ່ານນາງແພທອງທານ ຊິນນະວັດໄດ້ເຂົ້າຮ່ວມກິດຈະກຳການເມືອງ ແລະ ການຊຸມນຸມໂຄສະນາທາງການເມືອງຕ່າງໆຢ່າງເປີດເຜີຍມາໂດຍຕະຫຼອດ. ເດືອນມິຖຸນາ 2022, ອັດຕາສ່ວນສະໜັບສະໜູນທ່ານນາງແພທອງທານ ຊິນນະວັດໄດ້ເພີ່ມຂຶ້ນເປັນ 25% ແລະ ຍັງໄດ້ເພີ່ມຂຶ້ນເລື້ອຍໆ. ເດືອນທັນວານີ້, ທ່ານນາງແພທອງທານ ຊິນນະວັດປະກາດສະໝັກເຂົ້າຮ່ວມການເລືອກຕັ້ງນາຍົກລັດຖະມົນຕີໄທປີ 2023. ມີນັກວິເຄາະເຫັນວ່າ: ທ່ານນາງແພທອງທານ ຊິນນະວັດອາດຈະໄດ້ຮັບເລືອກຕັ້ງ ກາຍເປັນນາຍົກລັດຖະມົນຕີໄທຄົນທີ 4 ຂອງຕະກຸນຊິນນະວັດ.