ທ່ານວະລາດິເມຍ ປູຕິນ ລົງນາມໃນດຳລັດ ເພື່ອຕ້ານກັບການຈຳກັດເພດານລາຄານ້ຳມັນເຊື້ອໄຟຣັດເຊຍຂອງຝ່າຍຕາເວັນຕົກ

2022-12-28 15:33:48 CRI

ວັງແກລມແລັງຣັດເຊຍແຈ້ງຂ່າວໃນວັນທີ 27 ທັນວານີ້ໃຫ້ຮູ້ວ່າ: ທ່ານວະລາດິເມຍ ປູຕິນໄດ້ລົງນາມໃນດຳລັດ ເພື່ອຕ້ານກັບການຈຳກັດເພດານລາຄານ້ຳມັນເຊື້ອໄຟຣັດເຊຍຂອງຝ່າຍຕາເວັນຕົກ.


 ເນື້ອໃນດຳລັດຂອງປະທານາທິບໍດີຣັດເຊຍໄດ້ລະບຸວ່າ: ຖ້າໃນສັນຍາຊື້-ຂາຍໄດ້ມີຂໍ້ມາດຕາໃຊ້ກົນໄກຈຳກັດເພດານລາຄານ້ຳມັນເຊື້ອໄຟໂດຍກົງ ແລະ ໂດຍທາງອ້ອມ, ຣັດເຊຍຈະຫ້າມສະໜອງນ້ຳມັນເຊື້ອໄຟ ແລະ ຜະລິດຕະພັນນ້ຳມັນເຊື້ອໄຟໃຫ້ແກ່ນິຕິບຸກຄົນ ຫຼື ບຸກຄົນຕ່າງປະເທດ. ດຳລັດສະບັບດັ່ງກ່າວຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ກຸມພາ ຫາວັນທີ 1 ກໍລະກົດ 2023.