ຜົນຜະລິດຝ້າຍຂອງເຂດຊິນຈ່ຽງໄດ້ກວມເອົາ 90,2% ຂອງທົ່ວປະເທດຈີນ, ໄດ້ສ້າງສະຕິຖິສູງສຸດໃນປະຫວັດສາດ

2022-12-28 22:13:51 cri


ປີນີ້, ຍອດຜົນຜະລິດຝ້າຍຂອງເຂດປົກຄອງຕົນເອງເຜົ່າອຸຍເກີຊິນຈ່ຽງຈີນມີເຖິງ 5.391.000 ໂຕນ, ເມື່ອທຽບໃສ່ປີ 2021 ໄດ້ເພີ່ມຂຶ້ນ 262.000 ໂຕນ, ອັດຕາສ່ວນກວມຍອດຜົນຜະລິດຝ້າຍຂອງທົ່ວປະເທດຈີນໄດ້ສືບຕໍ່ເພີ່ມຂຶ້ນ, ບັນລຸເຖິງ 90,2%, ໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ. ຍອດຜົນຜະລິດ, ຜົນຜະລິດຕໍ່ຫົວໜ່ວຍ, ເນື້ອທີ່ປູກ, ຈຳນວນຈັດສົ່ງສິນຄ້າ ຝ້າຍຂອງເຂດຊິນຈ່ຽງຢູ່ອັນດັບທີໜຶ່ງຂອງທົ່ວປະເທດ 28 ປີລຽນຕິດ.

ພະແນກກະສິກຳ ແລະ ຊົນນະບົດ ເຂດປົກຄອງຕົນເອງເຜົ່າອຸຍເກີຊິນຈ່ຽງແຈ້ງໃຫ້ຮູ້ວ່າ: ໃນຫຼາຍປີຜ່ານມາ, ເຂດຊິນຈ່ຽງມີທ່າອ່ຽງພັດທະນາເນື້ອທີ່ປູກຝ້າຍແບບຂະໜາດໃຫຍ່ ແລະ ລະດັບການບໍລິຫານແບບສຸມໄດ້ຍົກສູງຂຶ້ນ.

ປັດຈຸບັນ, ເຂດຊິນຈ່ຽງແມ່ນເຂດຜະລິດຝ້າຍໃຫຍ່ທີ່ສຸດຂອງປະເທດຈີນ, ທັງເປັນເຂດຜະລິດຝ້າຍທີ່ສຳຄັນຂອງໂລກ, ຜົນຜະລິດຝ້າຍຂອງເຂດຊິນຈ່ຽງໄດ້ກວມປະມານ 20% ຂອງຍອດຜົນຜະລິດຝ້າຍໃນທົ່ວໂລກ, ຊາວກະສິກອນຂອງເຂດຊິນຈ່ຽງມີປະມານເຄິ່ງໜຶ່ງໄດ້ດຳເນີນການຜະລິດຝ້າຍ.