ຈີນສະແດງຄວາມເປັນຫ່ວງຕໍ່ງົບປະມານການປ້ອງກັນປະເທດຂອງຍີ່ປຸ່ນເພີ່ມຂຶ້ນຢ່າງຫຼວງຫຼາຍ

2022-12-28 15:32:57 CRI

ວັນທີ 27 ທັນວານີ້, ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຈີນສະແດງຄວາມເປັນຫ່ວງຕໍ່ງົບປະມານລາຍຈ່າຍດ້ານການປ້ອງກັນປະເທດຂອງຍີ່ປຸ່ນເພີ່ມຂຶ້ນຢ່າງຫຼວງຫຼາຍ.


ຕາມຂ່າວແຈ້ງໃຫ້ຮູ້ວ່າ: ໃນກອງປະຊຸມຄະນະລັດຖະບານຍີ່ປຸ່ນຊົ່ວຄາວ ທີ່ຈັດຂຶ້ນໃນວັນທີ 23 ທັນວານີ້, ລັດຖະບານຍີ່ປຸ່ນຕົກລົງເພີ່ມງົບປະມານລາຍຈ່າຍດ້ານການປ້ອງກັນປະເທດຂຶ້ນເປັນ 6.300 ຕື້ເຢັນ, ຖືເປັນສະຖິຕິສູງສຸດໃນປະຫວັດສາດ.


ກ່ຽວກັບເລື່ອງນີ້, ທ່ານວາງເວີນປິ່ນກ່າວວ່າ: “ຍີ່ປຸ່ນແຕ້ມແຕ່ງສະຖານະການອັນເຄັ່ງຕຶງຂອງພາກພື້ນ ເພື່ອສະແຫວງຫາການບຸກທະລຸດ້ານກຳລັງທະຫານຂອງຕົນ, ນີ້ເປັນການກະທຳທີ່ອັນຕະລາຍທີ່ສຸດ ເຊິ່ງຈຳເປັນຕ້ອງເຮັດໃຫ້ປະເທດອ້ອມຂ້າງໃນທະວີບອາຊີ ແລະ ປະຊາຄົມໂລກ ເກີດມີຄວາມສົງໄສຢ່າງຫຼວງຫຼາຍຕໍ່ຍີ່ປຸ່ນ ທີ່ຈະຍຶດໝັ້ນການປ້ອງກັນຕົວໃນທ່າຮັບຢ່າງຈິງໃຈ ແລະ ຍຶດໝັ້ນເດີນຕາມເສັ້ນທາງພັດທະນາໂດຍສັນຕິຫຼືບໍ່. ຍີ່ປຸ່ນຄວນທົບທວນຄືນຕໍ່ປະຫວັດສາດຮຸກຮານຢ່າງຈິງຈັງ, ມີກິລິຍາວາຈາທີ່ລະມັດລະວັງໃນຂົງເຂດການທະຫານແລະຄວາມໝັ້ນຄົງ ເພື່ອຫຼີກເວັ້ນບໍ່ໃຫ້ປະເທດອ້ອມຂ້າງໃນທະວີບອາຊີ ແລະ ປະຊາຄົມໂລກເສຍຄວາມເຊື່ອໝັ້ນຕໍ່ຍີ່ປຸ່ນຕື່ມອີກ.