ວັນທີ 28 ທັນວານີ້, ທ່ານໂຮເຊນ ອາເມຍ ອັບດໍລາຮຽນ ລັດຖະມົນຕີກະຊວງການຕ່າງປະເທດອີຣານກ່າວວ່າ: ອີຣານຈະບໍ່ເປີດປະຕູຢູ່ຕະຫຼອດຕໍ່ການບັນລຸສັນຍາໃນການເຈລະຈາການຟື້ນຟູການປະຕິບັດສັນຍາຮອບດ້ານກ່ຽວກັບບັນຫານິວເຄລຍຂອງອີຣານ, ອີຣານເຕືອນອາເມຣິກາ ແລະປະເທດຕາເວັນຕົກທີ່ມີສ່ວນຮ່ວມໃນການເຈລະຈາ ຈົ່ງປະຕິບັດຕາມສະພາບຕົວຈິງ. ຖ້າປະເທດຝ່າຍຕາເວັນຕົກຍັງສືບເຮັດແບບໜ້າຊື່ໃຈຄົດ ແລະມີການກະທໍາທີ່ແຊກແຊງ, ອີຣານຈະປິດປະຕູດັ່ງກ່າວ.