ອັດຕາການຫັນເປັນອຸດສາຫະກຳຂອງສິດທິບັດການປະດິດຂອງຈີນໄດ້ເພີ່ມຂຶ້ນຢ່າງໜັກແໜ້ນໃນ 5 ປີຜ່ານມາ

2022-12-29 15:13:06 CRI

ວັນທີ 28 ທັນວານີ້, ອົງການຊັບສິນທາງປັນຍາແຫ່ງຊາດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ໂດຍໄດ້ເຜີຍແຜ່ “ບົດລາຍງານຄົ້ນຄວ້າສິດທິບັດຈີນປີ 2022”.


ບົດລາຍງານດັ່ງກ່າວສະແດງໃຫ້ເຫັນວ່າ: ປີ 2022, ອັດຕາການຫັນເປັນອຸດສາຫະກຳຂອງສິດທິບັດການປະດິດທີ່ມີຜົນບັງຄັບໃຊ້ຕົວຈິງຂອງຈີນມີເຖິງ 36,7%, ເພີ່ມຂຶ້ນ 1,3% ເມື່ອທຽບໃສ່ປີ 2021. ໃນນັ້ນ, ອັດຕາການຫັນເປັນອຸດສາຫະກຳຂອງສິດທິບັດການປະດິດຂອງວິສາຫະກິດມີເຖິງ 48,1%, ເພີ່ມຂຶ້ນ 1,3% ເມື່ອທຽບໃສ່ປີ 2021 ແລະ ເພີ່ມຂຶ້ນ 3,1% ເມື່ອທຽບໃສ່ປີ 2018.

ປີ 2022, ອັດຕາການຫັນເປັນອຸດສາຫະກຳຂອງສິດທິບັດການປະດິດຂອງວິສາຫະກິດຂະໜາດໃຫຍ່ ແລະ ຂະໜາດກາງພາຍໃນປະເທດຈີນຕ່າງຢູ່ໃນລະດັບ 50,9% ແລະ 55,4% ຕາມລຳດັບ, ຕ່າງໄດ້ເພີ່ມຂຶ້ນ 3,8% ແລະ 0,8% ເມື່ອທຽບໃສ່ປີ 2021. ຄວາມສາມາດການໂອນຍ້າຍແລະການຫັນເປັນອຸດສາຫະກຳຂອງສິດທິບັດຂອງວິສາຫະກິດນຳໜ້າຂະແໜງການອ່າວສູງ ເຊິ່ງໄດ້ຊຸກຍູ້ໃຫ້ອັດຕາການຫັນເປັນອຸດສາຫະກຳຂອງສິດທິບັດການປະດິດຂອງຈີນສູງຂຶ້ນເລື້ອຍໆ.