ເພື່ອຄວາມອຶດຫິວໝົດສິ້ນໄປຈາກໂລກເຮົາ

2022-12-29 17:17:13 CRI

ເດືອນພະຈິກປີ 2022, ປະຊາກອນໃນທົ່ວໂລກໄດ້ບັນລຸເຖິງ 8 ຕື້ຄົນ. ແຕ່ວ່າ, ບໍ່ແມ່ນທຸກໆຄົນສາມາດກິນອີ່ມນຸ່ງອຸ່ນ. ຕົວເລກຂໍ້ມູນຂອງອົງການອາຫານ ແລະການກະເສດແຫ່ງສະປະຊາຊາດ ຫຼື ອົງການຟາວ(FAO)ສະແດງໃຫ້ເຫັນວ່າ: ປັດຈຸບັນ, ຈຳນວນຜູ້ຂາດເຂີນອາຫານຢ່າງໜັກໜ່ວງໃນທົ່ວໂລກ ຈາກ 135 ລ້ານຄົນໃນສອງປີກ່ອນ ໄດ້ເພີ່ມຂຶ້ນເປັນປະມານ 345 ລ້ານຄົນ ແລະ ພົວພັນເຖິງ 82 ປະເທດ. ຄວາມອຶດຫິວພວມກາຍເປັນບັນຫາໃຫຍ່ທີ່ພົວພັນກັບຄວາມເປັນຄວາມຕາຍຂອງມວນມະນຸດ.


ພັກກອມມູນິດຈີນ ໄດ້ຖືເອົາການແກ້ໄຂບັນຫາອາຫານການກິນຂອງປະຊາຊົນເປັນວຽກງານສຳຄັນອັນດັບໜຶ່ງຢ່າງສະເໝີຕົ້ນສະເໝີປາຍ. ໂດຍຜ່ານຄວາມພະຍາຍາມຢ່າງບໍ່ລົດລະມາເປັນຫຼາຍເຊັ່ນຄົນ, ຈີນໄດ້ບັນລຸເປົ້າໝາຍທີ່ແກ້ໄຂບັນຫາອາຫານການກິນຂອງປະຊາກອນເກືອບ 1 ສ່ວນ 5 ຂອງທົ່ວໂລກ ດ້ວຍເນື້ອທີ່ດິນປູກຝັງທີ່ບໍ່ຮອດ 9% ຂອງໂລກ ເຊິ່ງໄດ້ກາຍເປັນປະເທດຜະລິດທັນຍາຫານໃຫຍ່ອັນດັບ 1 ແລະ ປະເທດສົ່ງອອກທັນຍາຫານໃຫຍ່ອັນດັບ 3 ຂອງໂລກ.


ເປັນຫຍັງຈີນຈິ່ງເຮັດໄດ້ດີປານນີ້? ມີຫຼາຍສາເຫດ, ແຕ່ສາເຫດສຳຄັນທີ່ສຸດແມ່ນ: ລັດຖະບານຈີນເອົາໃຈໃສ່ທີ່ສຸດຕໍ່ການບົ່ມເພາະແນວພັນທີ່ມີຜົນຜະລິດສູງ.


ປີ 1973, ນັກຄົ້ນຄວ້າວິທະຍາສາດເຕັກນິກກະສິກຳຈີນ ທີ່ມີທ່ານຢວນລົງຜິງເປັນຕົວແທນ ໄດ້ແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເຕັກນິກເຂົ້ານາພັນປະສົມຢ່າງສຳເລັດຜົນ, ຜົນຜະລິດເຂົ້າຂອງຈີນໄດ້ເພີ່ມຂຶ້ນຫຼາຍເທົ່າ ແລະ ບັນຫາອາຫານການກິນຂອງປະຊາຊົນຈີນໄດ້ຮັບການແກ້ໄຂເທື່ອລະກ້າວ. ໃນຂະນະດຽວກັນ, ຈີນຍັງຕັ້ງໜ້າແບ່ງປັນເຕັກນິກກະສິກຳຂອງຕົນກັບປະເທດຕ່າງໆໃນໂລກ ແລະ ຊ່ວຍປະເທດໃຫ້ຫຼາຍກວ່າເກົ່າໃນການແກ້ໄຂບັນຫາອາຫານການກິນ.


ນອກນີ້, ຈີນຍັງໄດ້ສະເໜີແຜນການຈີນໃນການແກ້ໄຂບັນຫາຄວາມໝັ້ນຄົງດ້ານທັນຍາຫານທົ່ວໂລກ. ປີ 2021, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ, ໄດ້ຖືເອົາຄວາມໝັ້ນຄົງດ້ານທັນຍາຫານເປັນ 1 ໃນ 8 ຂົງເຂດການຮ່ວມມືທີ່ສຳຄັນ ເຊິ່ງໄດ້ເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ການຮ່ວມມືດ້ານການພັດທະນາສາກົນ. ເດືອນກໍລະກົດປີ 2022, ຈີນໄດ້ສະເໜີຂໍ້ລິເລີ່ມວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງຂອງທັນຍາຫານສາກົນ.


ຂໍ້ລິເລີ່ມວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງຂອງທັນຍາຫານສາກົນ ທີ່ຈີນສະເໜີອອກມາ ໄດ້ຮັບຄວາມເຫັນດີ ແລະ ການຕອບຮັບຈາກປະເທດຕ່າງໆ ນັບມື້ນັບຫຼາຍຂຶ້ນ. ຫວ່າງມໍ່ໆມານີ້, ທ່ານອັນໂຕນິໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ກໍໄດ້ຮຽກຮ້ອງໃຫ້ປະເທດຕ່າງໆ ຄວນເພີ່ມທະວີການປະສານງານກັນຕື່ມອີກ ແລະ ຄຽງບ່າຄຽງໄຫຼ່ກັນ, ຕັ້ງໜ້າປະຕິບັດງານ ເພື່ອບັນລຸເປົ້າໝາຍພັດທະນາແບບຍືນຍົງ “ບໍ່ມີຄວາມອຶດຫິວ” ເມື່ອຮອດປີ 2030 ຂອງອົງການສະຫະປະຊາຊາດ.