ການຮັບປະກັນສະຖຽນລະພາບແລະຄວາມໝັ້ນຄົງດ້ານການສະໜອງສະບຽງອາຫານແລະຜະລິດຕະພັນກະສິກໍາທີ່ສໍາຄັນເປັນວຽກງານອັນດັບໜຶ່ງຂອງການສ້າງສາປະເທດທີ່ເຂັ້ມແຂງດ້ານກະສິກໍາມາໂດຍຕະຫຼອດ

2022-12-29 18:32:49 CRI

 

    ໃນກອງປະຊຸມວຽກງານຊົນນະບົດຂັ້ນສູນກາງທີ່ຈັດຂຶ້ນໃນຫວ່າງມໍ່ໆມານີ້ໄດ້ເນັ້ນໜັກວ່າ: ການຮັບປະກັນສະຖຽນລະພາບແລະຄວາມໝັ້ນຄົງດ້ານການສະໜອງສະບຽງອາຫານແລະຜະລິດຕະພັນກະສິກໍາທີ່ສໍາຄັນເປັນວຽກງານອັນດັບໜຶ່ງຂອງການສ້າງສາປະເທດທີ່ເຂັ້ມແຂງດ້ານກະສິກໍາມາໂດຍຕະຫຼອດ.

 

    ອີງຕາມຂໍ້ມູນຫຼ້າສຸດທີ່ອົງການສະຖິຕິແຫ່ງຊາດຈີນເປີດເຜີຍໃຫ້ຮູ້ວ່າ: ປີ 2022 ຍອດຜົນຜະລິດສະບຽງອາຫານໃນທົ່ວປະເທດຈີນບັນລຸເຖິງ 686.550.000 ໂຕນ, ເພີ່ມຂຶ້ນ 3.700.000 ໂຕນເມື່ອທຽບໃສ່ປີ 2021, ຜົນຜະລິດສະບຽງອາຫານໄດ້ຮັກສາລະດັບຫຼາຍກວ່າ 650.000.000 ໂຕນຢ່າງໝັ້ນທ່ຽງເປັນເວລາ 8 ປີລຽນຕິດ. ສະບຽງອາຫານແຕ່ລະເມັດແລະຜົນການເກັບກ່ຽວແຕ່ລະຄັ້ງລ້ວນແຕ່ໄດ້ສ່ອງແສງໃຫ້ເຫັນເຖິງເຫື່ອແຮງແລະຄວາມພະຍາຍາມຂອງຜູ້ເພາະປູກ. ໂດຍປະເຊີນກັບສິ່ງທ້າທາຍຕ່າງໆເປັນຕົ້ນແມ່ນໄພແຫ້ງແລ້ງ, ໄພນໍ້າຖ້ວມໃນລະດູໃບໄມ້ຫຼົ່ນ, ການແພ່ລະບາດຂອງພະຍາດໂຄວິດ-19 ແລະອື່ນໆ, ການຜະລິດສະບຽງອາຫານໃນປີນີ້ໄດ້ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆນາໆ, ຈຶ່ງໄດ້ຮັບຜົນເກັບກ່ຽວອັນອຸດົມສົມບູນແບບບໍ່ແມ່ນງ່າຍ.

 


    ຜົນການຜະລິດມີຄວາມໝັ້ນທ່ຽງເນື່ອງຈາກວ່າມີນະໂຍບາຍແລະຄວາມສາມາດດ້ານການຜະລິດທີ່ໝັ້ນທ່ຽງ. ຈີນໄດ້ຮັກສາເສັ້ນແດງໃນການກໍານົດເນື້ອທີ່ດິນປູກຝັງເປັນ 1.200.000.000 ເຮັກຕາ ແລະຈະສ້າງໃຫ້ມີເນື້ອທີ່ດິນກະສິກໍາໄດ້ມາດຕະຖານສູງທີ່ໄດ້ຮັບຜົນເກັບກ່ຽວສູງແລະໝັ້ນທ່ຽງ, ສາມາດຮັບປະກັນຜົນເກັບກ່ຽວບໍ່ວ່າປະສົບໄພແຫ້ງແລ້ງຫຼືໄພນໍ້າຖ້ວມໄດ້ເກືອບ 66.700.000 ເຮັກຕາໃນທ້າຍປີ 2022; ພືດກະສິກຳທີ່ເລືອກແນວພັນດ້ວຍຕົນເອງນັ້ນໄດ້ກວມເອົາ 95% ຂອງເນື້ອທີ່ດິນປູກຝັງ, ເຊິ່ງໄດ້ບັນລຸສະພາບການທີ່ສະບຽງອາຫານຂອງຈີນນຳໃຊ້ແນວພັນຂອງຈີນເປັນຫຼັກ. ອັດຕາການປູກແລະການເກັບກ່ຽວພືດກະສິກຳດ້ວຍເຄື່ອງຈັກໄດ້ເພີ່ມຂຶ້ນຈາກ 57,2% ໃນປີ 2012 ເປັນ 72% ໃນປີ 2021, ຂະນະທີ່ຄວາມກ້າວໜ້າຂອງວິທະຍາສາດແລະເຕັກໂນໂລຊີດ້ານກະສິກໍາໄດ້ປະກອບສ່ວນຫຼາຍກວ່າ 61% ເພີ່ມຈາກ 54,5% ໃນໄລຍະຜ່ານມາ. ທ່ວງທ່າຂະຫຍາຍຕົວທີ່ມີຄວາມຄືບໜ້າບົນຄວາມໝັ້ນທ່ຽງເຫຼົ່ານີ້, ໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ.

 

    ການໄດ້ຮັບຜົນເກັບກ່ຽວທີ່ອຸດົມສົມບູນຫຼາຍປີລຽນຕິດກັນນັ້ນ, ໄດ້ກາຍເປັນສິ່ງຄໍ້າປະກັນທີ່ເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຢ່າງໝັ້ນທ່ຽງ, ພ້ອມທັງໄດ້ເພີ່ມທະວີຄວາມໝັ້ນໃຈໃນການຮັບມືກັບສິ່ງທ້າທາຍຕ່າງໆຂອງພວກເຮົາຕື່ມອີກ. ເຖິງວ່າໄດ້ຮັບຜົນເກັບກ່ຽວທີ່ອຸດົມສົມບູນຫຼາຍປີລຽນຕິດກໍຕາມ, ແຕ່ການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານນັ້ນແມ່ນບໍ່ສາມາດເຜືອໃຈໄດ້ໃນທຸກເວລາ. ເມື່ອຈ້ອງມອງເບິ່ງອະນາຄົດ, ຍັງຕ້ອງໄດ້ຖືຄວາມໝັ້ນທ່ຽງເປັນຫຼັກ, ແລະຊຸກຍູ້ໃຫ້ມີຄວາມຄືບໜ້າບົນຄວາມໝັ້ນທ່ຽງ.