ຝົນຕົກຢ່າງຕໍ່ເນື່ອງຢູ່ຟີລິບປີນເຮັດໃຫ້ເກີດນ້ຳຖ້ວມແລະມີຜູ້ເສຍຊີວິດຢ່າງໜ້ອຍ 29 ຄົນ

2022-12-29 20:14:52 cri


ຄະນະກຳມະການບັນເທົາໄພພິບັດແຫ່ງຊາດຟີລິບປີນເປີດເຜີຍໃຫ້ຮູ້ວ່າ: ນັບມາຮອດເວລາ 18 ໂມງຂອງວັນທີ 28 ທັນວານີ້, ຍ້ອນຝົນຕົກຢ່າງຕໍ່ເນື່ອງຢູ່ຫຼາຍທ້ອງຖິ່ນຂອງຟີລິບປີນເຮັດໃຫ້ເກີດນ້ຳຖ້ວມ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 29 ຄົນ, ຫາຍສາບສູນ 25 ຄົນ, ຈຳນວນຜູ້ປະສົບໄພມີຫຼາຍກວ່າ 4 ແສນຄົນ.

ອີງຕາມບົດລາຍງານສະແດງໃຫ້ເຫັນວ່າ, ຝົນຕົກໜັກສົ່ງຜົນໃຫ້ດ້ານກະສິກຳຂອງຟີລິບປີນປະສົບກັບຄວາມເສຍຫາຍມູນຄ່າຫຼາຍກວ່າ 3,4 ລ້ານໂດລາສະຫະລັດ, ສ່ວນຄວາມເສຍຫາຍດ້ານພື້ນຖານໂຄງລ່າງມີມູນຄ່າຫຼາຍກວ່າ 9 ແສນໂດລາສະຫະລັດ. ປັດຈຸບັນ, ມີ 19 ຕົວເມືອງຂອງຟີລິບປີນໄດ້ປະກາດເຂົ້າສູ່ພາວະປະສົບໄພ.