ສົງຄາມ ຫຼື ສັນຕິພາບ? ຂັດແຍ້ງ ຫຼື ຮ່ວມມື? ໂລກຕ້ອງເລືອກເຟັ້ນຢ່າງມີສະຕິ

2022-12-29 20:16:46 cri


ປີ 2022, ຢູ່ເອີຣົບ. ຜົນກະທົບຕໍ່ເສດຖະກິດຍ້ອນສະພາບການແພ່ລະບາດຂອງພະຍາດໂຄວິດ-19 ຍັງບໍ່ທັນໄດ້ສູນຫາຍໄປ, ການປະທະກັນລະຫວ່າງຣັດເຊຍ ກັບ ອູແກຣນກໍໄດ້ລະເບີດຂຶ້ນ ເຮັດໃຫ້ເອີຣົບປົກຄຸມໄປດ້ວຍຄວັນໝື້ ເຊິ່ງໄດ້ສ້າງຄວາມເຈັບແສບໃຫ້ແກ່ຄົນທັງຫຼາຍໂດຍທົ່ວໄປ ແລະ ກໍ່ໃຫ້ເກີດວິກິດການຕ່າງໆໃນທົ່ວໂລກ.

ອູແກຣນ ແລະ ຣັດເຊຍແມ່ນປະເທດໃຫຍ່ໃນດ້ານການຜະລິດ ແລະ ສົ່ງອອກສະບຽງອາຫານຂອງໂລກ, ສອງປະເທດນີ້ເກີດປະທະກັນ ສົ່ງຜົນເຮັດໃຫ້ລາຄາສະບຽງອາຫານຂອງໂລກເພີ່ມຂຶ້ນຢ່າງຫຼວງຫຼາຍ, ບວກກັບຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19 ແລະ ການປ່ຽນແປງຂອງດິນຟ້າອາກາດ ສົ່ງຜົນໃຫ້ທົ່ວໂລກເກີດວິກິດການອາຫານທີ່ໜັກໜ່ວງທີ່ສຸດນັບແຕ່ປີ 2008 ເປັນຕົ້ນມາ, ໄດ້ກາຍເປັນໄພຂົ່ມຂູ່ຕໍ່ຊີວິດ ແລະ ຄວາມເປັນຢູ່ຂອງປະຊາຊົນ 345 ລ້ານຄົນ.

ເດືອນກັນຍາ 2022, ທໍ່ສົ່ງແກັສທຳມະຊາດ “Nord Stream 1” ແລະ “Nord Stream 2” ທີ່ເຊື່ອມຈອດຣັດເຊຍ ແລະ ເອີຣົບຕາເວັນຕົກ ໄດ້ເກີດເຫດລະເບີດຕາມລຳດັບ. ຍ້ອນໄດ້ຮັບຜົນສະທ້ອນຈາກການສະໜອງແກັສທຳມະຊາດບໍ່ພຽງພໍ, ລາຄາໄຟຟ້າຂອງປະເທດເອີຣົບຈຳນວນໜຶ່ງແພງຂຶ້ນເຖິງ 10 ເທົ່າພາຍໃນປີນີ້.

ໂດຍຜະເຊີນກັບວິກິດການທີ່ນັບມື້ນັບໜັກໜ່ວງກວ່າເກົ່າ, ພວກເຮົາຄວນເຮັດແນວໃດ? ພວກເຮົາຄວນສຶກສາເຖິງຕົ້ນຕໍຂອງບັນຫາ, ຊຸກຍູ້ໃຫ້ເກີດມີການເຈລະຈາ ແລະ ສັນຕິພາບ, ຫຼືວ່າຈະຍຸຍົງສົ່ງເສີມໃຫ້ເກີດໄພສົງຄາມຕື່ມອີກ?

ເປັນອັນຈະແຈ້ງແລ້ວວ່າ, ອາເມຣິກາໄດ້ເລືອກເອົາບັນຫາສຸດທ້າຍ. ທ່ານ ອັນໂຕນີ ບຣິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາກ່າວວ່າ: ພາຍຫຼັງທ່ານໂຈ ໄບເດັນ ດຳລົງຕຳແໜ່ງເປັນປະທານາທິບໍດີອາເມຣິກາເປັນຕົ້ນມາ, ອາເມຣິກາໄດ້ໃຫ້ການຊ່ວຍເຫຼືອດ້ານການທະຫານທີ່ມີມູນຄ່າ 21,9 ຕື້ໂດລາສະຫະລັດໃຫ້ແກ່ອູແກຣນ. ອາວຸດຍຸດໂທປະກອນທີ່ອາເມຣິກາສົ່ງໄປເຖິງປະເທດເອີຣົບຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ການປະທະກັນລະຫວ່າງຣັດເຊຍ ແລະ ອູແກຣນແພ່ລາມອອກ ແລະ ຮຸນແຮງຂຶ້ນຕື່ມອີກ, ແນ່ນອນກໍເຮັດໃຫ້ວິສາຫະກິດຜະລິດອາວຸດຍຸດໂທປະກອນຂອງອາເມຣິກາໄດ້ຜົນກຳໄລຈຳນວນມະຫາສານ.

ບໍ່ອາໄສກຳລັງອາວຸດ ແລະ ເຈົ້າອຳນາດ, ກໍບໍ່ສາມາດແກ້ໄຂບັນຫາຂອງໂລກໄດ້ແທ້ ຫຼືບໍ່? ບໍ່ແມ່ນດອກ. ປະເທດຈີນ ແລະ ປະເທດອື່ນສ່ວນຫຼວງຫຼາຍທີ່ຮັກຫອມສັນຕິພາບ ໄດ້ເລືອກການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ.

ວັນທີ 1 ມັງກອນ 2022, ຄຽງຄູ່ກັບສັນຍາຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ມີຜົນບັງຄັບໃຊ້ຢ່າງເປັນທາງການ, ເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກທີ່ບໍ່ວ່າແມ່ນປະຊາກອນ ຫຼືວ່າ ຍອດປະລິມານເສດຖະກິດລ້ວນແຕ່ກວມເອົາ 1 ສ່ວນ 3 ຂອງໂລກແຫ່ງນີ້ ໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການ. ທຸລະກິດການຄ້າ ແລະ ການໄປມາຫາສູ່ກັນລະຫວ່າງ 15 ປະເທດພາຄີຂອງເຂດການຄ້າເສລີດັ່ງກ່າວຄື: 10 ປະເທດອາຊຽນ, ຈີນ, ຍີ່ປຸ່ນ, ສ ເກົາຫຼີ, ອົສຕຣາລີ ແລະ ນູແວນເຊລັງໄດ້ສະດວກກວ່າເກົ່າ ແລະ ໃກ້ຊິດກວ່າເກົ່າ.

ການເປີດປະຕູສູ່ພາຍນອກ, ການຮ່ວມມື ແລະ ການເຊື່ອມໂຍງເຂົ້າຫາກັນ, ໄດ້ກາຍເປັນກະແສຍຸກສະໄໝທີ່ບໍ່ສາມາດປ່ຽນແປງໄດ້. ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ແມ່ນວິໄສທັດຮ່ວມກັນຂອງທົ່ວໂລກ.