ເລື່ອງລາວທີ່ໜ້າປະທັບໃຈລະຫວ່າງທ່ານສີຈິ້ນຜິງກັບສື່ມວນຊົນ (ພາກທີ1)

2022-12-29 16:13:04 cri



ການເຮັດວຽກງານສື່ມວນຊົນຂອງພັກໃຫ້ດີເປັນສິ່ງສຳຄັນໃນການປົກຄອງບໍລິຫານປະເທດແລະຮັກສາຄວາມສະຫງົບຂອງປະເທດ ຊາດ. ຕະຫຼອດໄລຍະຜ່ານມາ,ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ໃຫ້ຄວາມສຳຄັນຫຼາຍທີ່ສຸດຕໍ່ວຽກງານສື່ມວນຊົນ, ເພິ່ນໄດ້ເອົາໃຈໃສ່ແລະຮັກແພງສື່ມວນຊົນ. ບໍ່ວ່າຕອນເຮັດວຽກຢູ່ທ້ອງຖິ່ນຫຼືຢູ່ຂັ້ນສູນກາງ, ເພິ່ນໄດ້ຜູກມິດ, ເປີດໃຈຕໍ່ກັນ ແລະຮັກແພງກັນກັບສື່ມວນຊົນ, ເພິ່ນໄດ້ເອົາໃຈໃສ່, ເຊື່ອໝັ້ນແລະສະໜັບສະໜູນວຽກງານສື່ມວນຊົນ. ຍ້ອນແນວນັ້ນ, ຈຶ່ງເຮັດໃຫ້ທ່ານສີຈິ້ນຜິງກັບສື່ມວນຊົນມີເລື່ອງລາວຫຼາຍໆເລື່ອງທີ່ໜ້າປະທັບໃຈ.ຕໍ່ໄປພວກເຮົາຈະນຳສະເໜີເລື່ອງ ລາວເຫຼົ່ານີ້ເພື່ອໃຫ້ສຳຜັດໄດ້ກັບຄວາມຮັກແພງຢ່າງຈິງໃຈຂອງທ່ານສີຈິ້ນຜິງທີ່ມີຕໍ່ສື່ມວນຊົນ.

 

ໜຶ່ງ:  “ລົດຍົນຕ້ອງໃຫ້ນັກຂ່າວໃຊ້ເປັນບຸລິມະສິດ”

 

ຊຸມປີ1980, ຫຼັງຈາກທ່ານສີຈິ້ນຜິງໄປດຳລົງຕຳແໜ່ງເປັນເລຂາຄະນະພັກເມືອງເຈີ້ງຕິ້ງແຂວງເຫີເປີຍແລ້ວ, ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ,ເພິ່ນໄດ້ຮ່ວມກັບຮອງເລຂາຄະນະພັກເມືອງຂຽນຈົດໝາຍໄປຫາສູນກາງເພື່ອຮຽກຮ້ອງໃຫ້ຫຼຸດຜ່ອນ ພາລະຂອງຊາວກະສິກອນ ໂດຍເນື້ອໃນຈົດໝາຍລະບຸວ່າ: “ແໜງວ່າເອົາຊີວິດການເປັນຢູ່ທີ່ດີຂອງປະຊາຊົນ ດີກວ່າເອົານາມ ມະຍົດ ‘ເມືອງທີ່ມີຜົນຜະລິດຫຼາຍເປັນອັນດັບໜຶ່ງຢູ່ພາກເໜືອຂອງຈີນ’ ”, ພາຍຫຼັງຂັ້ນເທິງລົງເລິກສຳຫຼວດສະພາບຕົວຈິງແລ້ວຈຶ່ງຕົກລົງຫຼຸດປະລິມານການເກັບຊື້ສະບຽງອາຫານຕາມພັນທະ 14.000 ໂຕນຈາກເມືອງເຈີ້ງຕິ້ງ, ເຊິ່ງໄດ້ແກ້ໄຂຂໍ້ຂັດແຍ້ງທີ່ວ່າ “ເມືອງທຸກຍາກທີ່ມີຜົນຜະລິດຫຼາຍ”

 



ປີ1983, ທ່ານສີຈິ້ນຜິງ ຢູ່ທີ່ຫ້ອງການເມືອງເຈີ້ງຕິ້ງແຂວງເຫີເປີຍ.

 

ປີ1984, ທ້າວຈ້າວເຕີຢຸ້ນ ນັກຂ່າວຜູ້ໜຸ່ມນ້ອຍຂອງສຳນັກຂ່າວສານຊິນຮວາ ໄດ້ໄປເອົາຂ່າວຢູ່ເມືອງເຈີ້ງຕິ້ງ, ທ່ານສີຈິ້ນຜິງ ເລຂາຄະນະພັກເມືອງເຈີ້ງຕິ້ງໃນເວລານັ້ນໄດ້ຕ້ອນຮັບລາວດ້ວຍຄວາມສະໜິດສະໜົມຢູ່ຫ້ອງການ.

 
“ເຈົ້າຂີ່ລົດຈິບຂອງສຳນັກງານຄະນະພັກເມືອງລົງໄປເອົາຂ່າວຈະສະດວກກວ່າ.” ໃນເວລາຈັດວາງວຽກງານການເອົາຂ່າວ, ທ່ານສີຈິ້ນຜິງໄດ້ມອບລົດທີ່ມີພຽງຄັນດຽວໃນສຳນັກງານຄະນະພັກເມືອງໃຫ້ທ້າວຈ້າວເຕີຢຸ້ນໃຊ້.

 

“ບໍ່ໄດ້ດອກ, ຊັ້ນທ່ານເດຊິເຮັດແນວໃດ?” ເມື່ອຮັບຮູ້ສະພາບການຕົວຈິງຄືແນວນັ້ນ, ທ້າວຈ້າວເຕີຢຸ້ນຟ້າວປະຕິເສດທັນທີ, ທ່ານສີຈິ້ນຜິງເວົ້າດ້ວຍຮອຍຍີ້ມວ່າ: “ຂ້າພະເຈົ້າມີລົດຖີບແລ້ວ.”


ຕະຫຼອດໄລຍະເວລາ20ວັນ, ການເອົາຂ່າວຂອງທ້າວຈ້າວເຕີຢຸ້ນແມ່ນດຳເນີນໄປດ້ວຍດີທີ່ສຸດ. ໃນເວລາທີ່ລາວຂຽນບົດລາຍງານ, ທ່ານສີຈິ້ນຜິງໄດ້ຊີ້ນຳດ້ວຍຄວາມຈິງໃຈວ່າ: “ຢ່າສູ່ຂຽນເລື່ອງຂ້າພະເຈົ້າ, ຄວນຂຽນເລື່ອງການປ່ຽນແປງຂອງເຈີ້ງຕິ້ງເດີ້” ເປັນແນວນີ້ຫຼະ, ສຳນັກຂ່າວສານຊິນຮວາໄດ້ເຜີຍແຜ່ບົດລາຍງານທີ່ທ້າວຈ້າວເຕີຢຸ້ນລົງເຄື່ອນໄຫວເກັບກຳຂ່າວແລະຂຽນອອກມານັ້ນໃນຫົວຂໍ້ “ເລື່ອງລາວກ່ຽວກັບເມືອງເຈີ້ງຕິ້ງປ່ຽນແປງໂສມໜ້າໃໝ່” ແລະໄດ້ລົງພິມໃນໜັງສືພິມປະຊາຊົນລາຍວັນ.


  ທ່ານສີຈິ້ນຜິງໄດ້ຊີ້ນຳໃຫ້ພະນັກງານໃກ້ຊິດວ່າ: “ນັກຂ່າວມີໜ້າວຽກໜັກແຕ່ເວລາມີຈຳກັດ, ທັງຕ້ອງໄປເອົາຂ່າວຫຼາຍບ່ອນແລະໄປໄກຫຼາຍ,ອີກຢ່າງໜຶ່ງ ເຂົາເຈົ້າບໍ່ຮູ້ເສັ້ນທາງ, ສະນັ້ນ, ລົດຍົນຕ້ອງໃຫ້ນັກຂ່າວໃຊ້ເປັນບຸລິມະສິດ.”

 



 ວັນທີ 19 ກຸມພາ2016, ທ່ານສີຈິ້ນຜິງຢ້ຽມຢາມສຳນັກຂ່າວສານຊິນຮວາ, ທ່ານໄດ້ໂອ້ລົມກັບນັກຂ່າວທີ່ຫາກໍ່ກັບມາຈາກການລົງພື້ນຖານຢູ່ເມືອງເຈີ້ງຕິ້ງແຂວງເຫີເປີຍ.

 

ສອງ: ເອົາຖົງອົກຊີຂອງຕົນໃຫ້ນັກຂ່າວໃຊ້ຢູ່ພູພຽງດິນແດນຫິມະ

 

ເດືອນມິຖຸນາປີ1998, ແຂວງຟູຈ້ຽນໄດ້ແຕ່ງຕັ້ງພະນັກງານຊ່ວຍເຫຼືອເຂດຕິເບດຊຸດທີສອງໄປຊ່ວຍເຫຼືອການພັດທະນາເຂດປົກ ຄອງຕົນເອງຕິເບດ, ທ່ານສີຈິ້ນຜິງ ທີ່ເປັນຮອງເລຂາຄະນະພັກແຂວງຟູຈ້ຽນໃນເວລານັ້ນໄດ້ນຳພາຄະນະເດີນທາງໄປເຮັດວຽກຢູ່ເຂດຕິເບດ.

 

ຄືນທຳອິດທີ່ເຂົ້າສູ່ເຂດຕິເບດ, ນາງຈ່າງຫົງ ນັກຂ່າວໜັງສືພິມຟູຈ້ຽນລາຍວັນຮູ້ສຶກບໍ່ສະບາຍ, ຈິ່ງຂໍຄວາມຊ່ວຍເຫຼືອຈາກບ່ອນຕ້ອນຮັບຂອງໂຮງແຮມ. ກ່ອນໜ້ານັ້ນ, ນາງເຄີຍປະຕິເສດບໍ່ນຳໃຊ້ຖົງອົກຊີທີ່ທາງການກຽມໄວ້ໃຫ້ລ່ວງໜ້າ, ແຕ່ວ່າ ໃນເວລານັ້ນ ລາວພັດມີອາການໜ້າກ່ຳແຫຼ້ເນື່ອງຈາກຂາດອົກຊີ,ເມື່ອຍ່າງລົງຂັ້ນໄດກໍຍ່າງເຊບໍ່ທ່ຽງ.

 

ພາຍຫຼັງພະນັກງານຕ້ອນຮັບຜູ້ເປັນອ້າຍບ່າວເຜົ່າຕິເບດເຫັນສະພາບການຄືແນວນັ້ນແລ້ວ, ລາວກໍຟ້າວແລ່ນຂຶ້ນໄປຊັ້ນເທິງ ແລ້ວຫີ້ວເອົາຖົງອົກຊີຖົງໃຫຍ່ລົງມາ ບອກນາງວ່າ ແມ່ນຊາວໜຸ່ມຜູ້ໜຶ່ງບອກເອົາມາໃຫ້ນາງ. ນາງຈ່າງຫົງ ດູດຮັບເອົາອົກຊີເຂົ້າໄປແລ້ວຈິ່ງມີອາການດີຂຶ້ນ, ເວລານັ້ນແມ່ນກາຍໜຶ່ງໂມງກາງຄືນແລ້ວ.

 

ມື້ຕໍ່ມາ, ນາງ ຈ່າງຫົງ ຖາມໝູ່ຄະນະຮ່ວມທາງເຂົ້າຕິເບດແບບເວົ້າແກມຢອກວ່າ “ມື້ຄືນນີ້ແມ່ນຊາວໜຸຸ່ມຜູ້ໃດນໍ້ທີ່ມອບຖົງອົກຊີໃຫ້ຂ້ອຍ ເພື່ອຊ່ວຍເຫຼືອຂ້ອຍຄືມາກ້າຫານແທ້?”

 

“ແມ່ນຂ້າພະເຈົ້າເອງ” ສິ່ງທີ່ເຮັດໃຫ້ນາງນຶກບໍ່ເຖິງ ເພາະຜູ້ຕອບນັ້ນແມ່ນທ່ານສີຈິ້ນຜິງ.

 

ໄປເຖິງເຂດຕິເບດເຊິ່ງຕັ້ງຢູ່ພູພຽງທີ່ຖືກເອີ້ນກັນວ່າ “ຫຼັງຄາໂລກ”ເປັນເທື່ອທຳອິດ, ທ່ານສີຈິ້ນຜິງໄດ້ມອບຖົງອົກຊີທີ່ເປັນສິ່ງຮັບປະ ກັນຄວາມປອດໄພດ້ານຊີວິດໃຫ້ຜູ້ອື່ນແບບບໍ່ລັ່ງເລໃຈ, ສິ່ງນີ້ໄດ້ເຮັດໃຫ້ນາງຈ່າງຫົງມີຄວາມຕື້ນຕັນໃຈຫຼາຍ.

 

ເສັ້ນທາງເຂົ້າໄປຕິເບດແມ່ນທຸລະກັນດານທີ່ສຸດ, ໃນຖັນແຖວພະນັກງານທີ່ເດີນທາງໄປໃນຄັ້ງນີ້,ຍັງມີອຸປະກອນຖ່າຍພາບຂອງນັກຂ່າວຖືກເປ່ເພຍ້ອນລົດແລ່ນເຕັ້ນຕາມເສັ້ນທາງບໍ່ດີ. ທ່ານສີຈິ້ນຜິງໄດ້ປອບໃຈນັກຂ່າວຜູ້ນັ້ນດ້ວຍຄວາມເອົາໃຈໃສ່ວ່າ: “ຂໍແຕ່ຄົນປອດໄພກໍດີແລ້ວ, ອຸປະກອນເປ່ເພ ມັນບໍ່ແມ່ນຍ້ອນບັນຫາຂອງເຈົ້າດອກ, ເຈົ້າໄດ້ຖ່າຍຮູບຫຼາຍພໍສົມຄວນແລ້ວ, ຈາກນີ້ໄປ ບໍ່ຖ່າຍຮູບກໍບໍ່ເປັນຫຍັງ.”


ການເດີນທາງໄປເຂດຕິເບດໃນຄັ້ງນັ້ນ, ນິດໄສທີ່ເປັນກັນເອງແລະເຂົ້າຄົນໄດ້ງ່າຍຂອງທ່ານສີຈິ້ນຜິງໄດ້ພິຊິດໃຈພີ່ນ້ອງເຜົ່າຕິເບດ ແລະໄດ້ສ້າງຄວາມຕື້ນຕັນໃຈຢ່າງເລິກເຊິ່ງໃຫ້ກັບນັກຂ່າວທີ່ເປັນເພື່ອນຮ່ວມທາງຄັ້ງນັ້ນ.

 

ສາມ: ອວຍພອນປີໃໝ່ຕໍ່ສື່ມວນຊົນ

 

ເດືອນມັງກອນປີ2006, ບຸນກຸດຈີນ ບຸນປີໃໝ່ຕາມຈັນທະຄະຕິຈີນໃກ້ຈະໝູນວຽນມາເຖິງ, ທ່ານ ສີຈິ້ນຜິງ ເລຂາຄະນະພັກແຂວງເຈີ້ຈ່ຽງໃນເວລານັ້ນໄດ້ເດີນທາງໄປຢ້ຽມຢາມສາຂາສຳນັກຂ່າວສານຊິນຮວາປະຈຳແຂວງເຈີ້ຈ່ຽງ ແລະສູນນັກຂ່າວໜັງສືພິມປະຊາ ຊົນປະຈຳແຂວງເຈີ້ຈ່ຽງ.

 

“ສະບາຍດີປີໃໝ່, ຂ້າພະເຈົ້າມາອວຍພອນປີໃໝ່ຂໍໃຫ້ພວກສະຫາຍສະບາຍດີເດີ!” ທ່ານສີຈິ້ນຜິງໄດ້ຢື້ຢາມຖາມຂ່າວສື່ມວນຊົນຢ່າງສະໜິດສະໜົມ ໂດຍເພິ່ນໄດ້ຈັບມືກັບພະນັກງານທຸກຄົນດ້ວຍຮ້ອຍຍີ້ມແບບເປັນກັນເອງແລະສະໜິດສະໜົມທີ່ສຸດ.

 

“ຫຍຸ້ງວຽກຫຼາຍບໍ່? ລື້ງເຄີຍກັບການດຳລົງຊີວິດຢູ່ທີ່ນີ້ແລ້ວເບາະ?” ເພິ່ນໄດ້ເອົາໃຈໃສ່ທີ່ສຸດຕໍ່ການເຮັດວຽກ,ການຮຽນແລະຊີວິດການເປັນຢູ່ຂອງສື່ມວນຊົນ ໂດຍໄດ້ສອບຖາມສະພາບການຂອງຄົນທັງຫຼາຍຢ່າງລະອຽດ.

 

ໃນເວລາສົນທະນາກັບສື່ມວນຊົນທັງຫຼາຍ, ທ່ານສີຈິ້ນຜິງໄດ້ໃຫ້ຄຳຊີ້ນຳຕໍ່ວຽກງານວິຊາສະເພາະຂອງນັກຂ່າວແລະບັນນາທິການທັງຫຼາຍ ໂດຍໄດ້ເວົ້າເຖິງການປະດິດສ້າງດ້ານການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຂອງສື່ມວນຊົນເປັນຈຸດສຸມ. ເພິ່ນເວົ້າວ່າ: ການປະດິດສ້າງດ້ານການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຂອງສື່ມວນຊົນ ຕ້ອງບໍ່ຄວນຢຸດຈຶ້ງຢູ່ນຳການຮ້ອງຄຳຂວັນທຳມະດາເທົ່ານັ້ນ, ຕ້ອງສະແດງອອກໃນການຂຽນບົດ, ດັດແກ້ບົດ, ການໂຄສະນາແລະນຳສະເໜີເຫດການຕົວຈິງ, ຕ້ອງສະແດງອອກໃນການເປີດກວ້າງແນວຄວາມຄິດເຮັດວຽກຄືແນວໃດ, ປັບປຸງແນວຄວາມຄິດໃໝ່, ສ້າງໃຫ້ມີວິທີການຫຼາຍຢ່າງແລະເນັ້ນເອກະລັກພິເສດໃນການດຳເນີນວຽກງານສື່ມວນຊົນ, ເພີ່ມທະວີການພັດທະນາໃຫ້ມີຊີວິດຊີວາຫຼາຍຂຶ້ນ, ປັບປຸງການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຂອງສື່ມວນຊົນໃຫ້ມີແຮງດຶງດູດ,ມີແຮງຈູງໃຈແລະມີກຳລັງສູ້ຮົບຫຼາຍຂຶ້ນ.

 

ເດືອນກໍລະກົດປີ2006, ທ່ານສີຈິ້ນຜິງໄດ້ຮັບເຊີນໄປຂຶ້ນກ່າວບົດລາຍງານຕໍ່ພະນັກງານທຸກຖ້ວນໜ້າຂອງສື່ມວນຊົນຂັ້ນສູນກາງປະຈຳແຂວງເຈີ້ຈ່ຽງ. ເພິ່ນໄດ້ຝາກຄວາມຫວັງໄວ້ນຳສະຫາຍສື່ມວນຊົນທັງຫຼາຍວ່າ ຕ້ອງເຮັດວຽກເພື່ອພັກເພື່ອປະຊາຊົນ, ຕ້ອງກຳຈັດປັດເປົ່າປາກົດການຫຍໍ້ທໍ້ແລະເຊີດຊູສິ່ງທີ່ດີງາມ, ຕ້ອງຍຶດໝັ້ນໃນສິ່ງທີ່ຕົນເອງໄດ້ຮູ້ໄດ້ເຫັນຕົວຈິງ.

 

ຂໍ້ຮຽກຮ້ອງເຫຼົ່ານີ້ໄດ້ຊີ້ນຳນຳພາພຶດຕິກຳຂອງສື່ມວນຊົນຢູ່ທ້ອງຖິ່ນດັ່ງກ່າວມາໂດຍຕະຫຼອດ.

 

ໃນໄລຍະທີ່ເຮັດວຽກເປັນຜູ້ປົກຄອງບໍລິຫານແຂວງເຈີ້ຈ່ຽງ, ທ່ານສີຈິ້ນຜິງໄດ້ຂຽນບົດວິຈານຫຍໍ້ທັງໝົດ232ບົດລົງໃນໜັງສືພິມເຈີ້ຈ່ຽງລາຍວັນດ້ວຍນາມປາກກາວ່າ “ເຈີຊິ່ນ”. ບົດວິຈານເຫຼົ່ານີ້ມີແບບແຜນການຂຽນບົດຕາມຫຼັກການສະແຫວງຫາສັດຈະທຳແລະຕິດແທດຕົວຈິງ,ມີທັດສະນະທີ່ສະດຸ້ງໄວແລະຊັດເຈນ, ການໃຊ້ຄຳສັບສຳນວນທີ່ລຽບງ່າຍແລະສະຫຼາດຄ່ອງແຄ້ວ, ທັງໝົດເຫຼົ່ານີ້ໄດ້ກາຍເປັນແບບຢ່າງໃຫ້ກັບສື່ມວນຊົນອັນມະຫາສານ.