ຄວາມຮັບຜິດຊອບຕໍ່ຄວາມປອດໄພດ້ານສະບຽງອາຫານຂອງຈີນໃນຖານະເປັນປະເທດໃຫຍ່

2022-12-30 22:57:38 cri

ໃນປີ 2022 ທີ່ຜ່ານມານີ້, ເນື່ອງມາຈາກປັດໄຈຕ່າງໆ ເຊັ່ນ ອາກາດຮ້າຍແຮງ, ການແຜ່ລະບາດຂອງພະຍາດໂຄວິດ-19, ການປະທະກັນໃນພາກພື້ນ ແລະປັດໄຈອື່ນໆທີ່ກະທົບຫຼາຍຢ່າງ, ແຫ່ງຕ່າງໆໃນໂລກຂາດເຂີນສະໜອງສະບຽງອາຫານ, ບັນຫາ ຄວາມປອດໄພດ້ານສະບຽງອາຫານກາຍເປັນບັນຫາພົ້ນເດັ່ນຂອງໂລກ.


ໃນຖານະເປັນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ, ໃນຂະນະທີ່ປັບປຸງຄວາມຮັບ ປະກັນຄວາມປອດໄພດ້ານສະບຽງອາຫານພາຍໃນປະເທດ, ຈີນຍັງໄດ້ລົງເລິກການ ຮ່ວມມືກັບຕ່າງປະເທດດ້ານກະສິກໍາຕື່ມອີກ,ສະໜອງການຊ່ວຍເຫຼືອດ້ານສະບຽງອາຫານ ແລະການສະໜັບສະໜູນເຕັກນິກກະສິກໍາໃຫ້ປະເທດ ແລະເຂດແຄວ້ນທີ່ມີຄວາມຕ້ອງການ, ເພື່ອຊ່ວຍເຫຼືອປະເທດຕ່າງໆ ເພີ່ມທະວີການສ້າງຄວາມສາມາດດ້ານກະສິກໍາ, ປະກອບສ່ວນຂອງຈີນເຂົ້າໃນການຮັບປະກັນຄວາມປອດໄພດ້ານສະບຽງອາຫານຂອງໂລກ.