ວິສາຫະກິດຜະລິດອາວຸດຍຸດໂທປະກອນປະເທດຕາເວັນຕົກໄດ້ຮັບຜົນກຳໄລສູງຈາກການປະທະກັນລະຫວ່າງຣັດເຊຍ-ອູແກຣນ

2022-12-30 16:41:56 cri

ສື່ມວນຊົນເອຢິບລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ, ນັບແຕ່ເກີດການປະທະກັນລະຫວ່າງຣັດເຊຍ-ອູແກຣນເປັນຕົ້ນມາ, ເນື່ອງຈາກປະເທດຕາເວັນຕົກ ເຊັ່ນ: ອາເມຣິກາ ແລະ ອັງກິດເປັນຕົ້ນເພີ່ມທະວີການສະໜັບສະໜູນອູແກຣນດ້ານການທະຫານ, ເຮັດໃຫ້ວິສາຫະກິດຜະລິດອາວຸດຍຸດໂທປະກອນຂອງປະເທດຕາເວັນຕົກໄດ້ຮັບໃບສັ່ງຊື້ເປັນຈຳນວນຫຼວງຫຼາຍ ແລະ ໄດ້ຮັບຜົນກຳໄລເປັນຢ່າງສູງຈາກການປະທະກັນໃນຄັ້ງນີ້.

ເວັບໄຊອາຣາມ ອອນລາຍ(Ahram Online) ຂອງເອຢິບ ໄດ້ລາຍງານໂດຍລະບຸວ່າ: ເນື່ອງຈາກວ່າການປະທະກັນລະຫວ່າງຣັດເຊຍ-ອູແກຣນ ໄດ້ພາໃຫ້ເກີດວິກິດການດ້ານພະລັງງານ ແລະ ຮຸນແຮງຂຶ້ນເລື້ອຍໆ, ເຮັດໃຫ້ຄົນທັງຫຼາຍໂດຍທົ່ວໄປເຫັນວ່າ ນັກທຸລະກິດຜູ້ສົ່ງອອກນ້ຳມັນເຊື້ອໄຟ ແລະແກັສທຳມະຊາດ ແມ່ນໜຶ່ງໃນຜູ້ໄດ້ຮັບຜົນປະໂຫຍດຫຼາຍກວ່າໝູ່ຈາກການປະທະກັນໃນຄັ້ງນີ້. ນອກນີ້, ປະເທດສະມາຊິກກຸ່ມນາໂຕໄດ້ໃຫ້ການສະໜັບສະໜູນດ້ານອາວຸດຍຸດໂທປະກອນ ແລະອື່ນໆ ແກ່ອູແກຣນຢ່າງຕໍ່ເນື່ອງ, ເຮັດໃຫ້ການແຮໄວ້ໃນສາງຂອງກອງທັບປະເທດຕາເວັນຕົກເຫຼົ່ານີ້ປະສົບຄວາມກົດດັນ ແລະ ອອກໃບສັ່ງຊື້ໃຫ້ແກ່ວິສາຫະກິດຜະລິດອາວຸດຍຸດໂທປະກອນເພີ່ມຂຶ້ນເລື້ອຍໆ.

ສື່ມວນຊົນເອີຣົບທີ່ມີຊື່ວ່າ ນັກສັງເກດການເອີຣົບ(EUobserver) ກໍໄດ້ລາຍງານໃນຕົ້ນເດືອນທັນວານີ້ ໂດຍຊີ້ໃຫ້ເຫັນວ່າ: ວິສາຫະກິດຜະລິດອາວຸດຍຸດໂທປະກອນຂອງປະເທດຕາເວັນຕົກໄດ້ຖືເອົາການປະທະກັນລະຫວ່າງຣັດເຊຍ-ອູແກຣນເປັນໂອກາດການຄ້າທີ່ດີຕັ້ງແຕ່ຫົວທີແລ້ວ ແລະ ສ້າງພາບພົດທີ່ດີໃຫ້ຕົນເອງດ້ວຍການສ້າງບັນຍາກາດທີ່ສະທ້ານຢ້ານກົວ ພ້ອມທັງແຕ່ງແຕ້ມຕົນເອງເປັນຄູ່ຮ່ວມມືສຳຄັນທີ່ສາມາດຮັບປະກັນຄວາມໝັ້ນຄົງໄດ້.