ກອງປະຊຸມສື່ມວນຊົນປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງປະຖົມມະລືກຈັດຂຶ້ນຢູ່ນະຄອນນານນິງ

2022-12-30 11:24:57 cri

ວັນທີ 28 ທັນວາ 2022, ກອງປະຊຸມສື່ມວນຊົນປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງປະຖົມມະລືກຈັດຂຶ້ນຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີຈີນ ດ້ວຍຮູບແບບຜ່ານທາງວິດີໂອ.


ກອງປະຊຸມສື່ມວນຊົນປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງນີ້ໄດ້ປິ່ນອ້ອມຫົວຂໍ້ “ປະດິດສ້າງໃໝ່ດ້ານການຮ່ວມມືດ້ວຍການເຊື່ອມໂຍງເຂົ້າກັນລະຫວ່າງສື່ຕ່າງໆ”, ລົງເລິກຄົ້ນຄວ້າການເຮັດແນວໃດ ເພື່ອເພີ່ມທະວີການປະດິດສ້າງໃໝ່ດ້ານການຮ່ວມມືໃນຍຸກທີ່ສື່ຫຼອມລວມ ເພື່ອເລົ່າເລື່ອງລາວດີເດັ່ນແຫ່ງການແລກປ່ຽນ, ການຖອດຖອນບົດຮຽນ, ການຮ່ວມມື ແລະ ການພັດທະນາລະຫວ່າງປະເທດຕ່າງໆຕາມລຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢ່າງມີຊີວິດຊີວາຕື່ມອີກ, ສ້າງສື່ສຳພັນທີ່ອຸດົມສົມບູນກວ່າເກົ່າ ເພື່ອຊຸກຍູ້ການເຊື່ອມສຳພັນທາງຈິດໃຈຂອງປະຊາຊົນປະເທດຕ່າງໆ, ປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຂອງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໃຫ້ແໜ້ນແຟ້ນກວ່າເກົ່າ.


ຜູ້ຕາງໜ້າວິທະຍຸກະຈາຍສຽງແຫ່ງຊາດລາວ, ໂທລະພາບແຫ່ງຊາດລາວ ແລະ ສື່ມວນຊົນຫຼາຍແຫ່ງຂອງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງອື່ນໆໄດ້ເຂົ້າຮ່ວມກອງປະຊຸມ ແລະ ປະກອບຄຳເຫັນ.