“ເປັນຫຍັງຂ້ອຍຈຶ່ງແດ່ມືໃຫ້ເຈົ້າ, ຂ້ອຍກໍເຄີຍໄດ້ຮັບຄວາມອົບອຸ່ນຈາກຄົນທີ່ບໍ່ຮູ້ຈັກກັນ……” ວັນທີ 29 ທັນວານີ້, ເພງ “ສະບາຍດີ ຄົນທີ່ບໍ່ຮູ້ຈັກກັນ” ເພງປະຈຳງານລາຕີສະຫຼອງບຸນກຸດຈີນປີ 2023 ໄດ້ເຜີຍແຜ່ຢ່າງເປັນທາງການ ເຊິ່ງເພງນີ້ ແມ່ນໜ່ວຍງານຈັດງານລາຕີສະຫຼອງບຸນກຸດຈີນຂອງວິທະຍຸໂທລະພາບສູນກາງຈີນ ກັບ ສື່ໃໝ່ ຂອງ CCTV ຮ່ວມກັນສ້າງຂຶ້ນໂດຍໄດ້ນຳໃຊ້ທຳນອງເພງທີ່ອົບອຸ່ນ, ໄດ້ນຳໃຊ້ປະໂຫຍກທີ່ຈິງໃຈແລະລຽບງ່າຍວ່າ: “ເປັນຫຍັງຂ້ອຍຈຶ່ງແດ່ມືໃຫ້ເຈົ້າ” ເພື່ອເປັນການເຊື່ອມຕໍ່ແລະເຕົ້າໂຮມຄວາມເມດຕາ, ຄວາມເຊື່ອໝັ້ນແລະຄວາມອົບອຸ່ນຈາກຄົນທຳມະດາທີ່ບໍ່ຮູ້ຈັກກັນ.