ຈີນສົ່ງດາວທຽມທົດລອງ 02 ເລກ 10 ຢ່າງສຳເລັດຜົນ

2022-12-30 11:25:43 cri

ເວລາ 12 ໂມງ 43 ນາທີຂອງວັນທີ 29 ທັນວາ 2022 ຕາມເວລາປັກກິ່ງ, ປະເທດຈີນໄດ້ສົ່ງດາວທຽມທົດລອງ 02 ເລກ 10 ຢູ່ຖານສົ່ງດາວທຽມຊີ່ຊາງດ້ວຍຈະຫຼວດສົ່ງຍານ “ສາງເຈິ່ງ 3B” ຢ່າງສຳເລັດຜົນ, ດາວທຽມໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ເປັນຢ່າງດີ, ພາລະກິດການສົ່ງດາວທຽມເທື່ອນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ. ດາວທຽມດັ່ງກ່າວຕົ້ນຕໍນຳໃຊ້ໃນການທົດລອງເພື່ອທົດສອບເຕັກນິກໃໝ່ຢູ່ອະວະກາດ ເຊັ່ນ: ຕິດຕາມວັດແທກສິ່ງແວດລ້ອມອະວະກາດ ແລະອື່ນໆ.

ພາລະກິດການສົ່ງດ່າວທຽມເທື່ອນີ້ແມ່ນການສົ່ງຂອງລະບົບຈະຫຼວດສົ່ງຍານ “ສາງເຈິ່ງ” ເທື່ອທີ 458.