ເລື່ອງລາວທີ່ໜ້າປະທັບໃຈລະຫວ່າງທ່ານສີຈິ້ນຜິງກັບສື່ມວນຊົນ (ພາກທີ2)

2022-12-30 16:27:05 cri



ການເຮັດວຽກງານສື່ມວນຊົນຂອງພັກໃຫ້ດີເປັນສິ່ງສຳຄັນໃນການປົກຄອງບໍລິຫານປະເທດແລະຮັກສາຄວາມສະຫງົບຂອງປະເທດ ຊາດ. ຕະຫຼອດໄລຍະຜ່ານມາ,ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ໃຫ້ຄວາມສຳຄັນຫຼາຍທີ່ສຸດຕໍ່ວຽກງານສື່ມວນຊົນ, ເພິ່ນໄດ້ເອົາໃຈໃສ່ແລະຮັກແພງສື່ມວນຊົນ. ບໍ່ວ່າຕອນເຮັດວຽກຢູ່ທ້ອງຖິ່ນຫຼືຢູ່ຂັ້ນສູນກາງ,ເພິ່ນໄດ້ຜູກມິດ,ເປີດໃຈຕໍ່ກັນແລະຮັກແພງກັນກັບສື່ມວນຊົນ,ເພິ່ນໄດ້ເອົາໃຈໃສ່,ເຊື່ອໝັ້ນແລະສະໜັບສະໜູນວຽກງານສື່ມວນຊົນ.ຍ້ອນແນວນັ້ນ, ຈຶ່ງເຮັດໃຫ້ທ່ານສີຈິ້ນຜິງກັບສື່ມວນຊົນມີເລື່ອງລາວຫຼາຍໆເລື່ອງທີ່ໜ້າປະທັບໃຈ. ຕໍ່ໄປ ພວດເຮົາຈະສືບຕໍ່ນຳສະເໜີເລື່ອງລາວເຫຼົ່ານີ້ເພື່ອໃຫ້ສຳຜັດໄດ້ກັບຄວາມຮັກແພງຢ່າງຈິງໃຈຂອງທ່ານສີຈິ້ນຜິງທີ່ມີຕໍ່ສື່ມວນຊົນ.

 

ສີ່: ຊີ້ນຳໃຫ້ສື່ມວນຊົນ “ຕ້ອງເອົາໃຈໃສ່ເປັນພິເສດຕໍ່ການພັດທະນາສື່ໃໝ່ເຊັ່ນ ອິນເຕີເນັດເປັນຕົ້ນ”

 

ບໍ່ວ່າຈະຫຍຸ້ງນຳວຽກງານຫຼາຍປານໃດກໍຕາມ, ທ່ານສີຈິ້ນຜິງກໍໄດ້ຮັກສາຄວາມຊິນເຄີຍໃນການອ່ານປຶ້ມແລະອ່ານໜັງສືພິມຢ່າງສະເໝີຕົ້ນສະເໝີປາຍ. ໃນໄລຍະດຳລົງຕຳແໜ່ງເປັນເລຂາຄະນະພັກກຳແພງນະຄອນຊຽງໄຮ້, ແຕ່ລະມື້,ເພິ່ນຕ້ອງໄດ້ອ່ານໜັງ ສືພິມປົດປ່ອຍລາຍວັນ, ໜັງສືພິມເວີນຮຸ້ຍ ແລະອື່ນໆ.

 

ມີເທື່ອໜຶ່ງ,ທ່ານສີຈິ້ນຜິງໄດ້ອ່ານບົດຄວາມສັ້ນບົດໜຶ່ງໃນໜັງສືພິມປົດປ່ອຍລາຍວັນ,ເຊິ່ງບົດຄວາມນີ້ໄດ້ລະບຸກ່ຽວກັບ 7 ວິທີການ ຈຳແນກຄົນຂອງທ່ານຂົງເບັ້ງ ນັກການເມືອງ ນັກການທະຫານທີ່ມີຊື່ສຽງໃນສະໄໝສາມກົກທີ່ຫ່າງຈາກປັດຈຸບັນ 1.800 ກວ່າປີ. ທ່ານສີຈິ້ນຜິງໄດ້ຂຽນຄຳສັ່ງໃຫ້ຫ້ອງການຄົ້ນຄວ້າຂອງຄະນະພັກນະຄອນຊຽງໄຮ້ເປັນການສະເພາະ ໂດຍຮຽກຮ້ອງໃຫ້ຍົກເອົາເລື່ອງລາວປະຫວັດສາດດັ່ງກ່າວນີ້ມາເປັນຂໍ້ມູນອ້າງອີງເພື່ອເລົ່າເຫດຜົນໃນການຮ່າງເອກະສານກ່ຽວກັບການກໍ່ສ້າງແບບແຜນຂອງພັກແລະການປົກຄອງແບບປອດໃສຂາວສະອາດ.

 

ຊຽງໄຮ້ ໃນຖານະເປັນມະຫາຕົວເມືອງລະດັບສາກົນ, ເປັນແນວໜ້າແຫ່ງການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນ, ເວລາໃດກໍເປັນບ່ອນທີ່ກະແສແນວຄິດຕ່າງໆແລະວັດທະນະທຳຕ່າງໆແລກປ່ຽນແລະເຊື່ອມໂຍງເຂົ້າກັນ. ວັນທີ 17 ພຶດສະພາ 2007, ທ່ານສີຈິ້ນຜິງໄດ້ໄປເຄື່ອນໄຫວຢ້ຽມຢາມ,ສຳຫຼວດຄົ້ນຄວ້າວຽກງານ ແລະຈັດການສົນທະນາກັບສື່ມວນຊົນຂັ້ນສູນກາງປະຈຳນະ ຄອນຊຽງໄຮ້ ກໍຄື ສື່ມວນຊົນສຳຄັນຕ່າງໆ ຂອງຊຽງໄຮ້.

 

“ຖານະແລະບົດບາດອິດທິພົນອັນພິເສດຂອງຊຽງໄຮ້ໄດ້ຕັດສິນແລ້ວວ່າ ວຽກງານສື່ມວນຊົນແລະການໂຄສະນາຂອງຊຽງໄຮ້ຍິ່ງໄດ້ຮັບຄວາມສົນໃຈຫຼາຍກວ່າເກົ່າແລະມີຄວາມສຳຄັນທີ່ສຸດ.” ໃນເວລາສົນທະນາກັບສື່ມວນຊົນ, ທ່ານສີຈິ້ນຜິງໄດ້ເວົ້າເຖິງເປັນພິເສດວ່າ, ສື່ມວນຊົນຕ້ອງມີວິໄສທັດສາກົນ, ມີສາຍຕາເບິ່ງກວ້າງເຖິງທົ່ວປະເທດ, ຕ້ອງພິຈາລະນາຊຽງໄຮ້ຈາກສະພາບລວມຂອງທົ່ວປະເທດແລະສະພາບການຂອງເຂດສາມລ່ຽມປາກແມ່ນ້ຳຢາງເຊ,ຕ້ອງຍຶດໝັ້ນຫຼັກການສ້າງໜັງສືພິມໂດຍນັກການເມືອງ,ກຳແໜ້ນ ກົດເກນການໂຄສະນາຂອງສື່ມວນຊົນຢ່າງຖືກຕ້ອງ,ຮັບຮູ້ຢ່າງຈະແຈ້ງກ່ຽວກັບລັກສະນະຮູບຖານຈິດສຳນຶກຂອງສື່ມວນຊົນ. ນອກນີ້, ທ່ານສີຈິ້ນຜິງຍັງໄດ້ຊີ້ນຳໃຫ້ສື່ມວນຊົນຕ້ອງເອົາໃຈໃສ່ເປັນພິເສດຕໍ່ການພັດທະນາສື່ໃໝ່ເຊັ່ນ ອິນເຕີເນັດເປັນຕົ້ນ, ຮຽກຮ້ອງໃຫ້ສື່ມວນຊົນຫຼັກຕ່າງໆ ຕ້ອງໃຫ້ຄວາມສຳຄັນເປັນຢ່າງສູງ, ເດັດຂາດບໍ່ໃຫ້ເມີນເສີຍຕໍ່ເລື່ອງນີ້.

 

ທ່ານສີຈິ້ນຜິງຍັງໄດ້ໃຫ້ກຳລັງໃຈດ້ວຍຄວາມຈິງໃຈແກ່ສື່ມວນຊົນຢູ່ຊຽງໄຮ້ວ່າ “ປັນຍາຊົນບໍ່ມີແນວອື່ນທີ່ຈະຕອບບຸນແທນຄຸນປະ ເທດຊາດ, ມີພຽງແຕ່ປາຍປາກກາອັນແຫຼມຄົມໃນກຳມືເທົ່ານັ້ນ.”

 

ຫ້າ: ກຳນົດຂໍ້ຮຽກຮ້ອງຢ່າງຈະແຈ້ງໃຫ້ “ເປັນສື່ມວນຊົນທີ່ພັກແລະປະຊາຊົນໄວ້ວາງໃຈໄດ້”

 

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເປັນຕົ້ນມາ,ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳ ມະການສູນກາງພັກກອມມູນິດຈີນໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ວຽກງານສື່ມວນຊົນ, ເພິ່ນໄດ້ເອົາໃຈໃສ່ແລະຮັກແພງສື່ມວນຊົນ, ໃນເວລາກ່າວຄຳປາໄສສຳຄັນໃນຫຼາຍກາລະໂອກາດ, ເພິ່ນໄດ້ສະເໜີຂໍ້ຮຽກຮ້ອງຢ່າງຈະແຈ້ງກ່ຽວກັບການເຮັດວຽກສື່ມວນຊົນຂອງພັກໃຫ້ດີ.

 



ວັນທີ 7 ພະຈິກ 2016, ທ່ານສີຈິ້ນຜິງໄດ້ພົບປະຢ່າງສະໜິດສະໜົມກັບຜູ້ແທນຄົບຄະນະບໍລິຫານງານສະມາຄົມນັກຂ່າວຈີນຊຸດທີ 9 ແລະຜູ້ຕາງໜ້າຜູ້ໄດ້ຮັບລາງວັນສື່ມວນຊົນຈີນແລະລາງວັນສາງຈ່ຽງທ່າວເຟີ້ນ ເຊິ່ງເປັນລາງວັນສື່ມວນຊົນດີເດັ່ນລະດັບຊາດຈີນ. ທ່ານສີຈິ້ນຜິງໄດ້ຢືນຢັນຢ່າງເຕັມສ່ວນຕໍ່ການປະກອບສ່ວນອັນສຳຄັນຂອງສື່ມວນຊົນເພື່ອວຽກງານສື່ມວນຊົນຂອງພັກ, ເພິ່ນໄດ້ເວົ້າດ້ວຍຄວາມປະທັບໃຈຢ່າງດູດດື່ມວ່າ: “ພວກສະຫາຍເຮັດວຽກຢ່າງລຳບາກແລະມີປະສິດທິຜົນສູງ, ພັກແລະປະຊາຊົນຂໍຂອບໃຈນຳພວກສະຫາຍ.”

 

ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງຍັງໄດ້ຝາກຄວາມຫວັງ 4 ຂໍ້ ໂດຍຮຽກຮ້ອງໃຫ້ສື່ມວນຊົນທັງຫຼາຍຈົ່ງເປັນສື່ມວນຊົນທີ່ມີຄວາມໜັກແໜ້ນທາງດ້ານການເມືອງ, ເປັນສື່ມວນຊົນທີ່ນຳພາຍຸກສະໄໝ,ເປັນສື່ມວນຊົນທີ່ມີຄວາມຊຳນານສຸດຍອດດ້ານວິຊາສະເພາະ, ເປັນສື່ມວນຊົນທີ່ມີແບບແຜນອັນດີງາມ. ທ່ານສີຈິ້ນຜິງເວົ້າວ່າ,ສະຫຼຸບແລ້ວກໍຄື ຕ້ອງເປັນສື່ມວນຊົນທີ່ພັກແລະປະຊາຊົນໄວ້ວາງ ໃຈໄດ້.

 



ວັນທີ 19 ກຸມພາ 2016, ໃນກອງປະຊຸມສົນທະນາກ່ຽວກັບວຽກງານສື່ມວນຊົນຂອງພັກກອມມູນິດຈີນ, ທ່ານສີຈິ້ນຜິງໄດ້ສະເໜີໜ້າທີ່ແລະພາລະກຳດ້ານວຽກງານສື່ມວນຊົນຂອງພັກພາຍໃຕ້ເງື່ອນໄຂຍຸກໃໝ່ຄື:

 

“ຍົກສູງຄັນທຸງ, ນຳພາທິດທາງ, ປິ່ນອ້ອມໃຈກາງ, ຮັບໃຊ້ພາກສ່ວນໃຫຍ່, ສາມັກຄີກັບປະຊາຊົນ, ປຸກລະດົມຈິດໃຈ, ສຶກສາອົບ ຮົມປະຊາຊົນ, ເຕົ້າໂຮມກຳລັງແຮງ, ໃຫ້ຄວາມກະຈ່າງແຈ້ງກ່ຽວກັບຄວາມຜິດພາດ, ຈຳແນກໄດ້ອັນຜິດອັນຖືກ, ເຊື່ອມຕໍ່ພາຍໃນ ແລະຕ່າງປະເທດ, ເຊື່ອມສານກັບທົ່ວໂລກ.” ໜ້າທີ່ແລະພາລະກຳດ້ານວຽກງານສື່ມວນຊົນຂອງພັກ ເຊິ່ງເປັນສຳນວນອັນສັ້ນໆນີ້ປຽບເໝືອນຫໍໄຟເຍືອງທາງທີ່ສະຫວ່າງສະໄຫວໄດ້ຊີ້ທິດເຍືອງທາງອັນຈະແຈ້ງໃຫ້ກັບສື່ມວນຊົນທົ່ວປະເທດຈີນກ້າວເດີນໄປຂ້າງ ໜ້າ.

 

ພາບຕ່າງໆ ແລະເລື່ອງລາວຕ່າງໆກ່ຽວກັບທ່ານສີຈິ້ນຜິງພົວພັນຢ່າງໃກ້ຊິດກັບສື່ມວນຊົນແລະໃຫ້ຄວາມເອົາໃຈໃສ່ຊີ້ນຳວຽກງານສື່ມວນຊົນແມ່ນຍັງມີຢ່າງຫຼວງຫຼາຍ, ແນວໃດກໍດີ,ທັງໝົດເຫຼົ່ານີ້ລ້ວນແຕ່ໄດ້ສ່ອງແສງໃຫ້ເຫັນເຖິງທ່ານສີຈິ້ນຜິງໃຫ້ຄວາມເອົາໃຈໃສ່ ເປັນຢ່າງສູງຕໍ່ວຽກງານສື່ມວນຊົນ, ຍິ່ງໄດ້ສະແດງໃຫ້ເຫັນເຖິງຄວາມຮັກແພງອັນເລິກເຊິ່ງຂອງທ່ານສີຈິ້ນຜິງທີ່ມີຕໍ່ປະຊາຊົນ.