CMG ເປີດເຜີຍ 10 ເຫດການເດັ່ນໃນສາກົນປີ 2022

2022-12-30 16:23:50 CRI

ວັນທີ 30 ທັນວານີ້, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ເປີດເຜີຍ 10 ເຫດການເດັ່ນໃນສາກົນປີ 2022 ຄື:


  1. ທົ່ວໂລກໄດ້ສຸມສາຍຕາໃສ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ, ປະຊາຄົມໂລກຕີລາຄາສູງຕໍ່ຄວາມທັນສະໄໝແບບຈີນໄດ້ປະກອບສ່ວນສະຕິປັນຍາຂອງຈີນໃຫ້ແກ່ພາລະກິດການພັດທະນາຂອງມວນມະນຸດ.


2. ການທູດປະມຸກລັດຈີນໄດ້ສ່ອງແສງໃຫ້ເຫັນເຖິງການນຳພາແບບປະເທດໃຫຍ່ ແລະ ການບໍລິຫານໂລກໄດ້ຕ້ອນຮັບການເວລາອາຊີ


3. ອາເມຣິກາ ແລະ ຝ່າຍຕາເວັນຕົກ “ໃຊ້ຄວາມກົດດັນສຸດຂີດ” ຕໍ່ຣັດເຊຍ, ເຮັດໃຫ້ເກີດການປະທະກັນລະຫວ່າງຣັດເຊຍແລະອູແກຣນ, ການເມືອງພູມີພາກ ແລະ ໂຄງປະກອບເສດຖະກິດເກີດມີການຜັນແປຢ່າງເລິກເຊິ່ງ


4. ພະຍາດໂຄວິດ-19 ສືບຕໍ່ແພ່ລະບາດໃນຂອບເຂດທົ່ວໂລກ ແລະ ຫຼາຍປະເທດເກີດການແພ່ລະບາດຂອງພະຍາດໝາກສຸກລີງ


5. ທະນາຄານກາງອາເມຣິກາ ຫຼື FED ປັບຂຶ້ນອັດຕາດອກເບ້ຍຢ່າງວ່ອງໄວ ໄດ້ກະທົບຕໍ່ລະບົບການທະນາຄານທົ່ວໂລກ, ລັດທິເຈົ້າອຳນາດຂອງເງິນໂດລາສະຫະລັດໄດ້ຍຶດຊັບສິນທົ່ວໂລກ

6. ສະຖານະການການເມືອງຂອງອັງກິດເກີດມີການປັ່ນປ່ວນຢ່າງຕໍ່ເນື່ອງ,ອັງກິດໄດ້ປ່ຽນນາຍົກລັດຖະມົນຕີສອງເທື່ອພາຍໃນເວລາໜຶ່ງປີ


7. ໄດ້ບັນລຸ “ຂອບສັນຍາວ່າດ້ວຍຊີວະນາໆພັນທົ່ວໂລກຄຸນມິງ- ມົນຕຣີອານ”, ກອງປະຊຸມວ່າດ້ວຍການປ່ຽນແປງດ້ານດິນຟ້າອາກາດຂອງອົງການສະຫະປະຊາຊາດໄດ້ສະໜັບສະໜູນຄວາມຕ້ອງການຂອງປະເທດພວມພັດທະນາ


8. ງານກິລາໂອລິມປິກລະດູໜາວ ແລະ ງານກິລາໂອລິມປິກຄົນພິການລະດູໜາວໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຢ່າງສຳເລັດຜົນທີ່ຈົບງາມ, ນະຄອນຫຼວງປັກກິ່ງໄດ້ກາຍເປັນຕົວເມືອງແຫ່ງທຳອິດໃນທົ່ວໂລກ ທີ່ເຄີຍເປັນເຈົ້າພາບຈັດງານກິລາໂອລິມປິກທັງລະດູຮ້ອນ ແລະ ລະດູໜາວ


9. ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການ ເຊິ່ງໄດ້ເລັ່ງລັດຊຸກຍູ້ຂະບວນການເຊື່ອມໂຍງເຂົ້າກັນຂອງເສດຖະກິດພາກພື້ນອາຊີ-ປາຊີຟິກ


10. ປະຊາກອນໂລກໄດ້ບັນລຸ 8 ຕື້ຄົນ, ມວນມະນຸດຄອງຄອຍການພັດທະນາຮ່ວມກັນ