ລົງເລິກຜັນຂະຫຍາຍຫມາກຜົນການພົບປະກັນລະຫວ່າງການນຳຂັ້ນສູງສຸດລາວຈີນ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວຈີນຢ່າງຮອບດ້ານ

2022-12-30 13:38:43 cri

ລົງເລິກຜັນຂະຫຍາຍຫມາກຜົນການພົບປະກັນລະຫວ່າງການນຳຂັ້ນສູງສຸດລາວຈີນ

ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວຈີນຢ່າງຮອບດ້ານ

----ບົດສຳພາດຂ່າວຕໍ່ສື່ມວນຊົນລາວຂອງສະຫາຍຈຽງຈ້າຍຕົງເອກອັກຄະລັດຖະທູດສປຈີນ

ປະຈຳສປປລາວ

 

   ເນື່ອງໃນໂອກາດສົ່ງທ້າຍປີເກົ່າປີ2022ແລະຕ້ອນຮັບຕົ້ນປີໃຫມ່ປີ2023, ທ່ານຈຽງຈ້າຍຕົງ

ເອກອັກຄະລັດຖະທູດ ສປ ຈີນປະຈຳ ສປປ ລາວໄດ້ຮັບການສຳພາດຂ່າວຕໍ່ຫນັງສືພິມປະຊາຊົນ, ສຳນັກຂ່າວສານປະເທດລາວ, ໂທລະພາບແຫ່ງຊາດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ ຊຶ່ງໄດ້ມີການຕີລາຄາ ແລະຫວນຄືນສາຍພົວພັນຈີນລາວໃນປີ 2022 ແລະແຈ້ງສະພາບການແລະຂໍ້ຄິດເຫັນ ກ່ຽວກັບການຈັດຕັ້ງຜັນຂະຫຍາຍຫມາກຜົນການພົບປະກັນລະຫວ່າງການນຳຂັ້ນສູງສຸດລາວ-ຈີນ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວຈີນຢ່າງຮອບດ້ານ.

ກ່ຽວກັບຫມາກຜົນຕົ້ນຕໍຂອງສາຍພົວພັນລາວຈີນໃນປີທີ່ຜ່ານມາ, ທ່ານຈຽງຈ້າຍຕົງ ເຫັນວ່າ: ປີທີຜ່ານມາ, ສາຍພົວພັນລາວຈີນໄດ້ດຳເນີນງານໄປໃນລະດັບສູງ ການສ້າງຄູ່ຮ່ວມຊາຕາກຳໄດ້ຮັບການຊຸກຍູ້ຢ່າງເລິກເຊິ່ງ, ໂດຍຕອບສະຫນອງ ຕາມການເຊື້ອເຊີນຂອງທ່ານ ສີຈິນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດແຫ່ງສປຈີນ, ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງສປປລາວ ໄດ້ທຳການຢ້ຽມຢາມລັດຖະກິດ ຕໍ່ສປຈີນໃນວັນ29ພະຈິກຫາວັນທີ1ທັນວາ. ການຢ້ຽມຢາມຄັ້ງນີ້ໄດ້ສືບຕໍ່ກຳນົດທິດທາງ ແລະເພິ່ມພະລັງຊີວິດຊີວາໃຫ້ແກ່ການພັດທະນາຂະຫຍາຍຕົວຂອງສາຍພົວພັນລາວຈີນ. ທຸກຂະແຫນງການຂອງສອງປະເທດໄດ້ຕັ້ງຫນ້າປະຕິບັດຄວາມຮັບຮູ້ເອກກະພາບກັນລະຫວ່າງການນຳຂັ້ນສູງສອງຝ່າຍ, ຊຸກຍູ້ໃຫ້ການຮ່ວມມືທຸກຂົງເຂດມີຫມາກຜົນອັນອຸດົມສົມບູນ. ລວມຍອດການຄ້າສອງຝ່າຍໄດ້ເພິ່ມຂຶ້ນ 6.9% ເມື່ອທຽບໃສ່ປີ 2021, ສປປລາວໄດ້ເປັນປະເທດແຂກຫລັກໃນງານຕະຫລາດສິນຄ້າລະຫວ່າງຈີນ-ອາຊີໃຕ້,ການຂົນສົ່ງສິນຄ້າແລະຜູ້ໂດຍສານຂອງຂະບວນລົດໄຟລາວຈີນກຳລັງຟົດຟຶ້ນ, ເສັ້ນທາງດ່ວນ ລະຫວ່າງວຽງຈັນຫາວັງວຽງໄດ້ດຳເນີນງານເປັນຢ່າງດີ, ສະຖານີເຂື່ອນໄຟຟ້ານໍ້າທາໄດ້ຂາຍ ສົ່ງໄຟຟ້າໄປແຂວງຢຸນນານສປຈີນຊຶ່ງໄດ້ບັນລຸການເຊື່ອມໂຍງເຂົ້າກັນເປັນຕາຫນ່າງໄຟຟ້າ ແລະຈັດສົ່ງໄຟຟ້າກັນລະຫວ່າງຈີນລາວເປັນຄັ້ງທຳອິດໃນຮອບ 12 ປີຜ່ານມາ, ໂຄງການຊ່ວຍເຫລືອລ້າຂອງຈີນຕໍ່ລາວມີ 3 ໂຄງການໄດ້ເລິ່ມປະຕິບັດ, 2 ໂຄງການໄດ້ສ້າງສຳເລັດ ແລະມອບໂອນໃຫ້ຝ່າຍລາວ. ກອງທັບສອງປະເທດ ໄດ້ຈັດການແລກປ່ຽນສັນທະວະໄມຕີຕາມເຂດຊາຍແດນ, ການຊ້ອມຮົບຮ່ວມກັນ ກ່ຽວກັບການກອບກູ້ທາງແພດ(ຂະບວນລົດໄຟສັນຕິພາບ) ໄດ້ດຳເນີນເປັນປົກກະຕິ, ວຽກງານການຮ່ວມມືກັນຂອງສູນຮ່ວມມືວຽກງານຕຳຫລວດລະຫວ່າງລາວຈີນໄດ້ດຳເນີນໄປຢ່າງປົກກະຕິ, ທັງສອງຝ່າຍໄດ້ຮ່ວມກັນດຳເນີນວຽກງານປ້ອງກັນຄວາມປອດໄພ ຕາມເສັ້ນທາງລົດໄຟລາວຈີນ. ຫມາກຜົນທີ່ກ່າວມາຂ້າງເທິງນີ້ເປັນພຽງແຕ່ຫມາກຜົນບາງດ້ານ ຂອງສາຍພົວພັນສອງປະເທດ ເຖິງຈະບໍ່ສາມາດສ່ອງແສງເຖິງທຸກໆຂົງເຂດ ຂອງການຮ່ວມມືລາວຈີນ ແຕ່ກໍສາມາດສ່ອງແສງເຖິງສະພາບລວມຂອງສາຍພົວພັນສອງຝ່າຍ ທັງໄດ້ສະແດງເຖິງຄວາມມຸ່ງມາດປາດຖະຫນາຮ່ວມກັນຂອງສອງຝ່າຍ ທີ່ຈະຜ່ານຜ່າ ການກະທົບທີ່ມາຈາກພະຍາດໂຄວິດ-19 ແລະຕອບໂຕ້ກັບສິ່ງທ້າທາຍພາຍນອກ ທີ່ກຳລັງຜັນແປໄປຢ່າງສັບສົນ. ນີ້ແມ່ນຫມາກຜົນທີ່ມາຈາກຄວາມມານະພະຍານາມຮ່ວມກັນ ຂອງສອງຝ່າຍ, ສຳຄັນກ່ອນຫມູ່ແມ່ນໄດ້ມີການນຳພາກຳກັບແບບຍຸດທະສາດ ຈາກການນຳຂັ້ນສູງສຸດຂອງສອງພັກແລະລັດລາວຈີນ.