ມີຊາວອາເມຣິກາເກືອບເຄິ່ງໜຶ່ງເຫັນວ່າອາເມຣິກາມີອິດທິພົນໜ້ອຍລົງໃນຂອບເຂດທົ່ວໂລກ

2022-12-30 11:28:44 cri

ວັນທີ 28 ທັນວານີ້ຕາມເວລາທ້ອງຖິ່ນ, Fox  News ຂອງອາເມຣິກາລາຍງານວ່າ: ຜົນການຢັ່ງປະຊາມະຕິຂອງສູນຄົ້ນຄວ້າ Pew ຂອງອາເມຣິກາສະແດງໃຫ້ເຫັນວ່າ: ມີຊາວອາເມຣິກາເກືອບເຄິ່ງໜຶ່ງເຫັນວ່າ ໃນຊຸມປີຜ່ານມາ, ອິດທິພົນຂອງອາເມຣິກາກຳລັງຕົກຕ່ຳລົງໃນຂອບເຂດທົ່ວໂລກ.

ຜົນການຢັ່ງປະຊາມະຕິສະບັບນີ້ສະແດງໃຫ້ເຫັນວ່າ: ມີຜູ້ຕອບແບບສອບຖາມຊາວອາເມຣິກາ 47% ເຫັນວ່າ, ໃນຊຸມປີຜ່ານມາ, ອາເມຣິກາມີອິດທິພົນນັບມື້ນັບໜ້ອຍລົງໃນຂອບເຂດທົ່ວໂລກ, ມີພຽງ 19% ເຫັນວ່າ ອາເມຣິກາມີອິດທິພົນສູງຂຶ້ນ ແລະ ມີອີກ 32% ເຫັນວ່າ ອາເມຣິກາຮັກສາອິດທິພົນໄດ້ຄືເກົ່າ.