ທ່ານສີຈິ້ນຜິງໃຫ້ທິດຊີ້ນຳ ໂດຍກ່າວເນັ້ນວ່າ: ຕ້ອງຮັບປະກັນຄວາມປອດໄພດ້ານຊີວິດ ແລະ ສຸຂະພາບຮ່າງກາຍຂອງປະຊາຊົນຢ່າງແທ້ຈິງ

2022-12-30 15:56:15 cri

ເນື່ອງໃນໂອກາດເປີດຂະບວນການຮັກຊາດຮັກອະນາໄມຄົບຮອບ 70 ປີ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ໃຫ້ທິດຊີ້ນຳທີ່ສຳຄັນ ໂດຍກ່າວເນັ້ນໜັກວ່າ: ໃນສະເພາະໜ້ານີ້, ການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ພາຍໃນປະເທດ ໄດ້ຜະເຊີນກັບສະພາບການໃໝ່ ແລະ ໜ້າທີ່ໃໝ່, ຕ້ອງດຳເນີນຂະບວນການຮັກຊາດຮັກອະນາໄມຢ່າງມີລັກສະນະຈຸດສຸມຫຼາຍກວ່າເກົ່າ, ເສີມຂະຫຍາຍທ່າແຮງການຈັດຕັ້ງ ແລະ ທ່າແຮງການປຸກລະດົມມວນຊົນຂອງຂະບວນການຮັກຊາດຮັກອະນາໄມຢ່າງເຕັມສ່ວນ, ຊີ້ນຳນຳພາປະຊາຊົນຈຳນວນມະຫາສານຮ່ຳຮຽນຄວາມຮູ້ດ້ານສຸຂະພາບຢ່າງເປັນເຈົ້າການ, ກຳໄດ້ທັກສະຂອງສຸຂະພາບ, ສ້າງເປັນຄວາມຊີນເຄີຍທີ່ດີດ້ານອະນາໄມຂອງສ່ວນຕົວ, ໃຊ້ວິຖີຊີວິດທີ່ມີວັດທະນະທຳ ແລະ ສຸຂະພາບ, ສ້າງແນວປ້ອງກັນໃຫຍ່ທີ່ແຂງແກ່ນໃນສັງຄົມເພື່ອປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ດ້ວຍສິ່ງແວດລ້ອມວົງແຄບທີ່ມີວັດທະນະທຳແລະສຸຂະພາບນັບເປັນພັນເປັນໝື່ນ ເພື່ອຮັບປະກັນຄວາມປອດໄພດ້ານຊີວິດ ແລະ ສຸຂະພາບຮ່າງກາຍຂອງປະຊາຊົນຢ່າງແທ້ຈິງ.