ແຊກບີໄດ້ຢຸດພາວະກຽມພ້ອມສູ້ຮົບລະດັບສູງສຸດ

2022-12-30 11:26:10 cri

ສື່ມວນຊົນແຊກບີລາຍງານວ່າ: ວັນທີ 29 ທັນວານີ້ຕາມເວລາທ້ອງຖິ່ນ, ທ່ານອາເລັກຊັນດາ ອູຊິສ ປະທານາທິບໍດີແຊກບີໄດ້ອອກຄຳສັ່ງໃຫ້ຢຸດພາວະກຽມພ້ອມສູ້ຮົບລະດັບສູງສຸດ. ຍ້ອນໄດ້ຮັບການຮັບປະກັນຈາກອາເມຣິກາ ແລະ ສະຫະພາບເອີຣົບທີ່ວ່າ ເຈົ້າໜ້າທີ່ຕຳຫຼວດໂກໂຊໂວຈະບໍ່ສາມາດເຂົ້າໄປຄຸ້ມຊຸມຊົນຊົນເຜົ່າແຊກບີຢູ່ທາງພາກເໜືອໂກໂຊໂວໂດຍພະລະການ ແລະ ຈະປ່ອຍຕົວເຈົ້າໜ້າທີ່ຕຳຫຼວດຊົນເຜົ່າແຊກບີທີ່ຖືກຈັບຕົວໃນຫວ່າງມໍ່ໆມານີ້. ພາຍໃຕ້ການປຸກລະດົມຂອງທ່ານອາເລັກຊັນດາ ອູຊິສ, ຊົນເຜົ່າແຊກບີຢູ່ໂກໂຊໂວຕົກລົງຮື້ຖອນເຄື່ອງກັ້ນຖະໜົນ ແລະ ມີຖະໜົນຈຳນວນໜຶ່ງໄດ້ຟື້ນຟູການຄົມມະນາຄົມຄືນໃໝ່ແລ້ວ.


ຫວ່າງມໍ່ໆມານີ້, ເຈົ້າໜ້າທີ່ຕຳຫຼວດໂກໂຊໂວໄດ້ບຸກເຂົ້າໄປຄຸ້ມຊຸມຊົນຊົນເຜົ່າແຊກບີຢ່າງບັງອາດ, ຍຶດເອົາຊັບສິນຂອງຊົນເຜົ່າແຊກບີ ແລະ ໄດ້ຈັບຕົວເຈົ້າໜ້າທີ່ຕຳຫຼວດຊົນເຜົ່າແຊກບີຫຼາຍຄົນ ທີ່ໄດ້ລາອອກຈາກຕຳແໜ່ງຍ້ອນບໍ່ພໍໃຈຕໍ່ຂໍ້ກຳນົດຂອງເຈົ້າໜ້າທີ່ບໍລິຫານໂກໂຊໂວ. ປະຊາຊົນໃນຄຸ້ມຊຸມຊົນຊົນເຜົ່າແຊກບີໄດ້ຕັ້ງເຄື່ອງກັ້ນຖະໜົນ, ອັດຕັນເສັ້ນທງເຂົ້າໄປຄຸ້ມຊຸມຊົນ ເພື່ອປ້ອງກັນບໍ່ໃຫ້ເຈົ້າໜ້າທີ່ຕຳຫຼວດໂກໂຊໂວບຸກເຂົ້າໄປອີກ, ສອງຝ່າຍໄດ້ເປັນປໍລະປັກກັນ ແລະ ເຮັດໃຫ້ສະຖານະການຢູ່ໂກໂຊໂວເຄັ່ງຕຶງຂຶ້ນອີກ.