ໃນໄລຍະ 11 ເດືອນຕົ້ນປີ 2022, ຍອດມູນຄ່າຂາເຂົ້າຂາອອກລະຫວ່າງຈີນກັບປະເທດພາຄີອື່ນໆຂອງ RCEP ບັນລຸເຖິງ 11.800 ຕື້ຢວນ

2022-12-30 11:27:02 cri


ວັນທີ 29 ທັນວາ 2022, ກະຊວງການຄ້າຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ໂດຍເປີດເຜີຍວ່າ, ເລີ່ມແຕ່ຕົ້ນປີນີ້ເປັນຕົ້ນມາ, ການຄ້າລະຫວ່າງຈີນກັບປະເທດພາຄີອື່ນໆຂອງ RCEP ໄດ້ເພີ່ມຂຶ້ນອ່າວໄວແລະຕໍ່ເນື່ອງ.

ອີງຕາມຜົນສະຖິຕິຂອງອົງການດ່ານພາສີຈີນ, ແຕ່ເດືອນມັງກອນຫາເດືອນພະຈິກປີ 2022, ຍອດມູນຄ່າຂາເຂົ້າຂາອອກລະຫວ່າງຈີນກັບປະເທດພາຄີອື່ນໆຂອງ RCEP ບັນລຸເຖິງ 11.800 ຕື້ຢວນ, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາໄດ້ເພີ່ມຂຶ້ນ 7,9%, ໄດ້ກວມຍອດມູນຄ່າຂາເຂົ້າຂາອອກຂອງປະເທດຈີນ 30,7%. ໃນນັ້ນ, ມູນຄ່າສົ່ງອອກສິນຄ້າມີເຖິງ 6.000 ຕື້ຢວນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາໄດ້ເພີ່ມຂຶ້ນ 17,7%. ຄຽງຄູ່ກັບການປະຕິບັດສັນຍາຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນໄດ້ເຂົ້າສູ່ລວງເລິກ, ຈະມີບົດບາດຊຸກຍູ້ການຄ້າ ແລະ ການລົງທຶນຂອງພາກພື້ນຢ່າງຕໍ່ເນື່ອງ.

ໂຄສົກກະຊວງການຄ້າຈີນກ່າວວ່າ: ໃນອະນາຄົດ, ຈີນຈະເປິກສາຫາລື ແລະ ເຊັນສັນຍາການຄ້າເສລີກັບຄູ່ຮ່ວມການຄ້າຫຼາຍກວ່າເກົ່າ ເພື່ອເປີດກວ້າງເຄືອຂ່າຍເຂດການຄ້າເສລີທີ່ມີມາດຕະຖານສູງທີ່ຫັນໜ້າສູ່ໂລກ; ຍົກສູງລະດັບການເປີດປະຕູສູ່ພາຍນອກດ້ານການຄ້າສິນຄ້າປະເພດຈັບຕ້ອງໄດ້, ການຄ້າການບໍລິການ ແລະ ຕະຫຼາດການລົງທຶນຕື່ມອີກ.