ສະເຫຼີມສະຫຼອງບຸນ “ລ້າປ່າ” ຕ້ອນຮັບບຸນກຸດຈີນທີ່ຈະວຽນມາເຖິງ

2022-12-30 10:06:58 CRI

    ວັນທີ 30 ທັນວານີ້ ແມ່ນມື້ຂຶ້ນ 8 ຄໍ່າ ເດືອນ 12 ຕາມຈັນທະຄະຕິຈີນ, ແມ່ນບຸນ “ລ້າປ່າ”, ຫຼັງຈາກບຸນ “ລ້າປ່າ” ຜ່ານໄປແລ້ວ, ກໍໝາຍຄວາມວ່າ ໃກ້ຈະຮອດບຸນກຸດຈີນແລ້ວ.



    ໃນບຸນ “ລ້າປ່າ”, ຢູ່ພາກເໜືອຂອງຈີນ ມີປະເພນີທີ່ກິນເຂົ້າປຽກ “ລ້າປ່າ”, ໃນແຫ່ງຕ່າງໆ, ອາຫານທີ່ເອົາມາຕົ້ມເຂົ້າປຽກ “ລ້າປ່າ” ກໍແຕກຕ່າງກັນ, ແຕ່ໂດຍລວມແລ້ວກໍມີເຂົ້າສານ, ເຂົ້າຝ້າງ, ເຂົ້າໜຽວ, ໝາກຖົ່ວເຫຼືອງ, ໝາກເດືອຍ, ໝາກກະທັນ, ໝາກຖົ່ວດິນ, ໝາກບົວ ແລະໝາກໄມ້ອົບແຫ້ງຊະນິດຕ່າງໆ.

 


    ກະທຽມດອງ “ລ້າປ່າ”, ແມ່ນອາຫານທີ່ໄດ້ຮັບຄວາມນິຍົມຢູ່ພາກເໜືອ ຂອງຈີນ, ປອກກະທຽບຮຽບຮ້ອຍແລ້ວເອົາໄວ້ຢູ່ກະຕຸກທີ່ອັດແຈບ, ດອງດ້ວຍນໍ້າສົ້ມ “ລ້າປ່າ”, ກະທຽມກໍຄ່ອຍໆກາຍເປັນສີຂຽວ.

 


    ປະຊາຊົນພາກໃຕ້ຂອງຈີນຈໍານວນໜຶ່ງມັກເຮັດເຕົ້າຮູ້ “ລ້າປ່າ” ໃນບຸນ “ລ້າປ່າ”,  ວິທີເຮັດກໍຄື: ຂຸດຮູນ້ອຍໆຢູ່ກາງເຕົ້າຮູ້, ແລ້ວໃສ່ເກືອເຂົ້າໃນ, ຫຼັງຈາກນັ້ນຕ້ອງເຮັດ 6 ຂັ້ນຕອນຈຶ່ງສໍາເລັດ, ຄື: ຕົ້ມ, ກັ່ນຕອງ, ເຮັດຮູບຊົງ, ອັດແໜ້ນ, ປີ້ງ ແລະ ຕາກໃຫ້ແຫ້ງ. ເຕົ້າຮູ້ “ລ້າປ່າ” ມີສີສັນສວຍງາມ ແລະມີເນື້ອນຸ້ມນວນ.

 

   

    ບຸນ “ລ້າປ່າ” ແມ່ນສະແດງໃຫ້ເຫັນເຖິງຄວາມມຸ່ງຫວັງອັນດີງາມທີ່ມີຕໍ່ຜົນການເກັບກ່ຽວ ແລະຄວາມເປັນສີລິມຸງຄຸນໃນປີໃໝ່ທີ່ຈະມາເຖິງ.  ຊາວກະສິກອນກໍມັກໄຫວ້ບັນພະບຸລຸດໃນບຸນ “ລ້າປ່າ” ເພື່ອຂໍພອນ. ເຂົາເຈົ້າຈະເອົາທັນຍາຫານທີ່ເກັບກ່ຽວໃໝ່ມາໄຫວ້ບັນພະບຸລຸດ, ເພື່ອສະແດງຄວາມຂອບອົກຂອບໃຈແກ່ບັນພະບຸລຸດທີ່ໄດ້ປົກປ້ອງຊີວິດຂອງຕົນ, ພ້ອມກັນນັ້ນ, ຍັງອະທິຖານຂໍໃຫ້ປີໃໝ່ມີດິນຟ້າອາກາດພໍດີງາມ, ສັດລ້ຽງຕ່າງໆແຂງແຮງດີ, ພືດພັນທັນຍາຫານມີຜົນເກັບກ່ຽວທີ່ອຸດົມສົມບູນ.