ວິທະຍຸໂທລະພາບສູນກາງຈີນສະຫຼຸບ 10 ເຫດການເດັ່ນພາຍໃນປະເທດຈີນປີ 2022

2022-12-30 15:56:17 CRI
  1. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຈັດຂຶ້ນຢ່າງມີໄຊ, ຂະບວນການອອກເດີນທາງຄັ້ງໃໝ່ເພື່ອສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານໄດ້ຢວ່າງບາດກ້າວທີ່ໜັກແໜ້ນ, ທ່ານສີຈິ້ນຜິງໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳ   ແໜ່ງເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນອີກສະໄໝໜຶ່ງ.


2. ຍອດປະລິມານເສດຖະກິດປີ 2022 ຂອງຈີນຄາດວ່າຈະລື່ນກາຍມູນຄ່າ 120.000 ຕື້ຢວນ, ເສດຖະກິດຈີນສືບຕໍ່ເປັນພະລັງຂັບເຄື່ອນທີ່ເຂັ້ມແຂງ ທີ່ຊຸກຍູ້ໃຫ້ເສດຖະກິດໂລກຟື້ນຟູຄືນໃໝ່.


3. ຈີນປັບປຸງນະໂຍບາຍປ້ອງກັນແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ໃຫ້ດີຂຶ້ນເລື້ອຍໆ ພ້ອມທັງປະສານສົມທົບຢ່າງມີແຜນການໃນການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ກັບການພັດທະນາເສດຖະກິດ-ສັງຄົມ.


4. ປີ 2022, ຍອດຜົນຜະລິດທັນຍາຫານຂອງຈີນໄດ້ສ້າງສະຖິຕິສູງສຸດອີກຄັ້ງໃໝ່ໃນປະຫວັດສາດ, ຜົນຜະລິດທັນຍາຫານໄດ້ບັນລຸຫຼາຍກວ່າ 650 ຕື້ກິໂລເປັນ 8 ປີລຽນຕິດ.


5. ເຂດບໍລິຫານພິເສດຮົງກົງກັບຄືນສູ່ອ້ອມກອດຂອງປະເທດຊາດຄົບຮອບ 25 ປີ, ນະໂຍບາຍ “ປະເທດດຽວສອງລະບອບ” ໄດ້ຮັບການປະຕິບັດຢ່າງໝັ້ນຄົງຖາວອນ.


6. ທ່ານຈ່ຽງເຈີໝິນ ອະດີດຜູ້ນຳສູງສຸດຂອງຈີນເຖິງແກ່ມໍລະນະກຳ ລວມອາຍຸໄດ້ 96 ປີ


7. ສະຖານີອະວະກາດຂອງຈີນໄດ້ສ້າງສຳເລັດຢ່າງຮອບດ້ານ, ພາລະກິດການບິນອະວະກາດບັນທຸກຄົນຂອງຈີນໄດ້ສຳເລັດຜົນທັງສາມຂັ້ນຕອນຢ່າງຈົບງາມ.


8. ງານກິລາໂອລິມປິມປິກລະດູໜາວ ແລະ ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງໄດ້ຈັດຂຶ້ນຢ່າງສຳເລັດຜົນທີ່ຈົບງາມ, ຄະນະຜູ້ແທນນັກກິລາແຫ່ງຊາດຈີນໄດ້ສ້າງຜົນງານການແຂ່ງຂັນດີທີ່ສຸດໃນປະຫວັດສາດ.


9. ເຂື່ອນໄຟຟ້ານໍ້າຕົກປາຍເຮີ້ຖ່ານ ເລີ່ມຜະລິດກະແສໄຟຟ້າຢ່າງຮອບດ້ານ, ການສ້າງແລວພະລັງງານທີ່ສະອາດໃຫຍ່ທີ່ສຸດຢູ່ໃນໂລກຂອງຈີນໄດ້ສຳເລັດຜົນຢ່າງຮອບດ້ານ.


10, ນາງນັນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາ ດື້ດ້ານຢ້ຽມຢາມເຂດໄຕ້ຫວັນຂອງຈີນ, ກອງທັບປົດປ່ອຍປະຊາຊົນຈີນຈັດຕັ້ງການເຄື່ອນໄຫວທາງການທະຫານປະສົມ ເພື່ອຕອບໂຕ້ເຫດການດັ່ງກ່າວ.