ຈີນຈະປັບອັດຕາພາສີຂາເຂົ້າ-ຂາອອກຂອງສິນຄ້າສ່ວນໜຶ່ງນັບແຕ່ວັນທີ 1 ມັງກອນ 2023 ເປັນຕົ້ນໄປ

2022-12-30 11:27:32 cri

ວັນທີ 29 ທັນວາ 2022, ໂດຍໄດ້ຮັບການອະນຸມັດຈາກລັດຖະບານຈີນ, ຄະນະກຳມະການອອກລະບຽບການຈັດເກັບພາສີອາກອນຂອງລັດຖະບານຈີນໄດ້ອອກແຈ້ງການ ໂດຍຈະປັບອັດຕາພາສີຂາເຂົ້າ-ຂາອອກຂອງສິນຄ້າສ່ວນໜຶ່ງນັບແຕ່ວັນທີ 1 ມັງກອນປີໜ້າເປັນຕົ້ນໄປ.


ອີງຕາມແຈ້ງການສະບັບນີ້, ເພື່ອເພີ່ມທະວີການປະສານສົມທົບລະຫວ່າງຊັບພະຍາກອນໃນ 2 ຕະຫຼາດ ຄືຕະຫຼາດພາຍໃນປະເທດ ແລະ ຕະຫຼາດຕ່າງປະເທດ, ນັບແຕ່ວັນທີ 1 ມັງກອນປີ 2023 ເປັນຕົ້ນໄປ, ຈີນຈະປະຕິບັດອັດຕາພາສີນຳເຂົ້າຊົ່ວຄາວ ທີ່ຕ່ຳກວ່າອັດຕາພາສີຂອງປະເທດທີ່ມີບຸລິມະສິດທີ່ສຸດໃນດ້ານພາສີ ຕໍ່ສິນຄ້າ 1.020 ລາຍການ ເຊິ່ງລວມທັງຫຼາຍປະເພດລາຍການດັ່ງຕໍ່ໄປນີ້: ໜຶ່ງ, ຈະບໍ່ເກັບພາສີຕໍ່ຢຸກຢາບາງປະເພດ ແລະ ສອງ, ຈະບໍ່ເກັບພາສີຕໍ່ອາຫານນຳເຂົ້າ ແລະ ເຄື່ອງໃຊ້ໄຟຟ້າພາຍໃນເຮືອນຂະໜາດນ້ອຍຈຳນວນໜຶ່ງ. ນອກນີ້, ການປັບອັດຕາພາສີໃນຄັ້ງນີ້ຍັງລວມທັງຜະລິດຕະພັນກະສິກຳຈຳນວນໜຶ່ງ ແລະ ຜະລິດຕະພັນທີ່ກ່ຽວຂ້ອງໃນອຸດສາຫະກຳການຜະລິດທີ່ທັນສະໄໝຈຳນວນໜຶ່ງ.