ການປ່ຽນແປງຂອງດິນຟ້າອາກາດນັບມື້ນັບຮ້າຍແຮງຂຶ້ນ, ມວນມະນຸດຄວນຮ່ວມມືກັນເພື່ອຮັບມືກັບບັນຫາດັ່ງກ່າວ

2022-12-30 16:56:57 cri

ໃນປີ 2022, ສະພາບອາກາດຮ້າຍແຮງ ແລະ ໄພພິບັດທໍາມະຊາດໄດ້ປະກົດເກີດຂຶ້ນຢູ່ແຫ່ງຕ່າງໆຂອງໂລກ ເຊິ່ງເປັນການເຕືອນໄພດ້ານສິ່ງແວດລ້ອມນິເວດຂອງໂລກ.

ໃນເດືອນມິຖຸນາປີ 2022 ນີ້, ນັກວິທະຍາສາດອາເມຣິກາໄດ້ປະກາດຜົນການວັດແທກວ່າ: ຄວາມເຂັ້ມຂຸ້ນຂອງກາກບອນດີອົກຊິດຢູ່ໃນອາກາດ ໄດ້ບັນລຸລະດັບສູງສຸດນັບຕັ້ງແຕ່ເລີ່ມເກັບກຳສະຖິຕິເປັນຕົ້ນມາ. ດານນໍ້າກ້ອນຢູ່ຂົ້ວໂລກໃຕ້, ດານນ້ຳກ້ອນກຣິນແລນຂົ້ວໂລກເໜືອ ແລະ ລານນ້ຳກ້າມຢູ່ເທິງພູສູງໃນແຜ່ນດິນໃຫຍ່ອາຊີ-ເອີຣົບ ກໍາລັງລະລາຍໄວຂຶ້ນ. ສ່ວນກະແສອາກາດຮ້ອນທີ່ຮ້າຍແຮງ, ໄພແຫ້ງແລ້ງ ແລະໄພນໍ້າຖ້ວມ ກໍໄດ້ສ້າງຜົນກະທົບໃຫ້ແກ່ປະຊາຊົນຫຼາຍລ້ານຄົນ ແລະ ໄດ້ສ້າງຄວາມເສຍຫາຍດ້ານຊັບສິນທີ່ມີມູນຄ່າຫຼາຍຕື້ໂດລາສະຫະລັດ.

ການປ່ຽນແປງຂອງດິນຟ້າອາກາດເປັນໄພຂົ່ມຂູ່ທີ່ມວນມະນຸດຕ້ອງຜະເຊີນ. ການຮ່ວມມື ແມ່ນທາງອອກພຽງໜຶ່ງດຽວໃນການຮ່ວມກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ໃນຖານະເປັນປະເທດກໍາລັງພັດທະນາທີ່ໃຫຍ່ທີ່ສຸດ, ຈີນຍັງຮັກສາຄວາມຄວາມມຸ່ງໝັ້ນທາງຍຸດທະສາດ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງຕັ້ງໜ້າ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນທີ່ຈັດຂຶ້ນໃນປີ 2022 ໄດ້ຊີ້ອອກວ່າ: ຈີນຕັ້ງໜ້າເຂົ້າຮ່ວມການບໍລິຫານໂລກໃນດ້ານການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງໄດ້ມີການຈັດສັນ ແລະ ວາງແຜນຢ່າງຊັດເຈນກ່ຽວກັບການຊຸກຍູ້ການເຄື່ອນໄຫວດ້ານດິນຟ້າອາກາດ ແລະການຄຸ້ມຄອງດິນຟ້າອາກາດທົ່ວໂລກໃນອະນາຄົດ.

ຫຼາຍປີມານີ້, ລັດຖະບານຈີນໄດ້ຕັ້ງໜ້າປະຕິບັດຄໍາໝັ້ນສັນຍາກ່ຽວກັບນະໂຍບາຍການຮ່ວມມືໃຕ້ໃຕ້ໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ, ຊ່ວຍເຫຼືອປະເທດທີ່ກ່ຽວຂ້ອງຍົກລະດັບຄວາມສາມາດການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ໂດຍຜ່ານການສ້າງເຂດສາທິດກາກບອນຕໍ່າ, ໃຫ້ການຊ່ວຍເຫຼືອດ້ານດາວທຽມອຸຕຸນິຍົມ, ລະບົບຜະລິດໄຟຟ້າດ້ວຍແສງຕາເວັນ, ລົດພະລັງງານໃໝ່, ອຸປະກອນຕິດຕາມສິ່ງແວດລ້ອມ ແລະອື່ນໆ.