ຈີນຈະຫຼຸດອັດຕາພາສີໃຫ້ແກ່ອິນໂດເນເຊຍໂດຍອີງຕາມສັນຍາ RCEP ນັບແຕ່ວັນທີ 2 ມັງກອນ 2023 ເປັນຕົ້ນໄປ

2022-12-30 16:48:37 cri

ໃນປີ 2023, ຈີນຈະປັບອັດຕາພາສີຕາມສັນຍາທີ່ກ່ຽວຂ້ອງ ເພື່ອເປີດກວ້າງເຄືອຂ່າຍເຂດການຄ້າເສລີມາດຕະຖານສູງທີ່ປິ່ນໜ້າໄປສູ່ທົ່ວໂລກ, ສືບຕໍ່ໍໍຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ ແລະ ຊຸກຍູ້ການສ້າງເສດຖະກິດໂລກທີ່ເປີດກວ້າງ. ໃນນັ້ນ, ໂດຍອີງຕາມຂໍ້ກໍານົດທີ່ກ່ຽວຂ້ອງຂອງສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ກໍຄືສະພາບບັງເກີດຜົນຂອງສັນຍາສະບັບດັ່ງກ່າວຕໍ່ອິນໂດເນເຊຍ, ຈີນຈະຫຼຸດອັດຕາພາສີ ໃຫ້ແກ່ອິນໂດເນເຊຍໂດຍອີງຕາມສັນຍາ RCEP ນັບແຕ່ວັນທີ 2 ມັງກອນ 2023 ເປັນຕົ້ນໄປ