ບັນຍາກາດຫາປາທີ່ຟົດຟື້ນຢູ່ໜອງຊາກັນຂອງຈີນ

2022-12-30 10:01:04 CRI

    ຫວ່າງມໍ່ໆມານີ້, ຄຽງຄູ່ກັບປະເທດຈີນປັບປຸງນະໂຍບາຍປ້ອງກັນພະຍາດໂຄວິດ-19 ແລະແຫ່ງຕ່າງໆປະຕິບັດຕາມມາດຕະການຟື້ນຟູວຽກງານ ການຜະລິດ ແລະ ການບໍລິໂພກຄືນໃໝ່, ຕະຫຼາດ ແລະຫ້າງຮ້ານຕ່າງໆໄດ້ພາກັນຟື້ນຟູຄວາມຟົດຟື້ນຄືໃນເມື່ອກ່ອນ. ຢູ່ແຂວງຈີລິນປະເທດຈີນ, ການຫາປາຢູ່ໜອງຊາກັນໃນລະດູໜາວປະຈໍາປີ ພວມດໍາເນີນຢູ່ທ່າມກາງບັນຍາກາດຟົດຟື້ນ, ໃນອາກາດທີ່ມີອຸນຫະພູມລົບ 30 ອົງສາ, ຊາວຫາປາທີ່ຂຸ້ນຂ້ຽວເຮັດວຽກ ແລະນັກທ່ອງທ່ຽວທີ່ມີຄວາມກະຕືລືລົ້ນ ໄດ້ພາກັນສໍາຜັດກັບຄວາມເບີກບານມ່ວນຊື່ນຂອງຜົນການຫາປາທີ່ອຸດົມສົມບູນ.