ທ່ານປະທານສີຈິ້ນຜິງຈະກ່າວຄຳອວຍພອນປີໃໝ່ 2023

2022-12-30 19:12:47 cri

ເວລາ 19 ໂມງຂອງວັນທີ 31 ທັນວານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນຈະກ່າວຄຳອວຍພອນປີໃໝ່ 2023 ໂດຍຜ່ານວິທະຍຸໂທລະພາບສູນກາງຈີນ ແລະ ອິນເຕີເນັດ.

ຊ່ອງ 1, ຊ່ອງຂ່າວ, ຊ່ອງ 4 ແລະ ຊ່ອງ 4 k ຂອງໂທລະພາບສູນກາງຈີນ, ຊ່ອງພາສາຕ່າງປະເທດຂອງສະຖານີໂທລະພາບສາກົນຈີນ ຫຼື CGTN, ວິທະຍຸກະຈາຍສຽງປະຊາຊົນສູນກາງຈີນ, ວິທະຍຸສາກົນແຫ່ງປະເທດຈີນທີ່ຂຶ້ນກັບວິທະຍຸໂທລະພາບສູນກາງຈີນ, ພ້ອມດ້ວຍເວັບໄຊ ແລະ ສື່ໃໝ່ຂອງສື່ມວນຊົນຂັ້ນສູນກາງທີ່ສຳຄັນ ເຊັ່ນ: ເວັບໄຊໜັງສືພິມປະຊາຊົນ, ເວັບໄຊຂ່າວສານຊິນຮວາ, APP ຂ່າວໂທລະພາບສູນກາງຈີນ ແລະອື່ນໆ ຈະອອກອາກາດຕາມເວລາກຳນົດ.