ຈີນກ່າວ່າ: ການກະທໍາອັນຕະລາຍທີ່ມີລັກສະນະເກາະຜິດຂອງອາເມຣິກາ ແມ່ນແຫຼ່ງກໍາເນີດທີ່ພາໃຫ້ເກີດບັນຫາຄວາມໝັ້ນຄົງເທິງທະເລ

2022-12-31 12:27:06 CRI

 

    ວັນທີ 30 ທັນວານີ້, ທ່ານ ວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ເປັນປະທານຈັດກອງປະຊຸມຖະແຫຼງຂ່າວ,  ມີນັກຂ່າວຖາມວ່າ, ກອງທັບອາເມຣິກາກ່າວວ່າ, ໃນອາທິດແລ້ວນີ້, ເຮືອບິນສູ້ຮົບຈີນໄດ້ບິນເຂົ້າໃກ້ເຮືອບິນສູ້ຮົບອາເມຣິກາຢ່າງອັນຕະລາຍຢູ່ເທິງທ້ອງຟ້າຂອງທະເລຈີນໃຕ້, ຝ່າຍຈີນສາມາດເປີດເຜີຍປີກຍ່ອຍທີ່ລະອຽດກວ່າບໍ?

    ທ່ານ ວ່າງເວີນປິ່ນ ກ່າວວ່າ: ອາເມຣິກາໄດ້ສົ່ງກໍາປັ່ນ ແລະເຮືອບິນມາສືບສວນປະເທດຈີນຢ່າງໃກ້ຊິດເລື້ອຍໆເປັນເວລາຍາວນານ, ເຊິ່ງໄດ້ທໍາຮ້າຍຄວາມໝັ້ນຄົງແຫ່ງຊາດຈີນຢ່າງຮຸນແຮງ, ການກະທໍາອັນຕະລາຍທີ່ມີລັກສະນະເກາະຜິດຂອງອາເມຣິກາແມ່ນແຫຼ່ງກໍາເນີດທີ່ພາໃຫ້ເກີດບັນຫາຄວາມໝັ້ນຄົງເທິງທະເລ.

     ທ່ານ ວ່າງເວີນປິ່ນ ກ່າວເນັ້ນໜັກວ່າ: ຈີນຮຽກຮ້ອງໃຫ້ອາເມຣິກາຈົ່ງຍຸດຕິການກະທໍາເກາະຜິດທີ່ອັນຕະລາຍແບບນີ້, ຍຸດຕິການຖິ້ມໂທດ ແລະໃສ່ຮ້າຍປ້າຍສີຕໍ່ປະເທດຈີນ. ຈີນຈະສືບຕໍ່ນໍາໃຊ້ມາດຕະການທີ່ຈໍາເປັນ ເພື່ອປົກປັກຮັກສາສິດອະທິປະໄຕ ແລະຄວາມໝັ້ນຄົງຂອງຕົນຢ່າງເດັດດ່ຽວ, ພ້ອມທັງສືບຕໍ່ຮ່ວມກັບບັນດາປະເທດໃນພາກພື້ນ ເດັດດ່ຽວປົກປັກຮັກສາສັນຕິພາບ ແລະສະຖຽນລະພາບຂອງທະເລຈີນໃຕ້.