ບຸກບືນຈາກບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອສະແຫວງຫາເປົ້າໝາຍທີ່ຍິ່ງໃຫຍ່ທີ່ສຸດ

2022-12-31 22:24:05 CRI



ກ່ອນປີໃໝ່ສາກົນ2023ໃກ້ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳອວຍພອນປີໃໝ່2023ຜ່ານທາງວິທະຍຸໂທລະພາບສູນກາງຈີນແລະອິນເຕີເນັດ.


ໃນຄຳອວຍພອນຂອງທ່ານປະທານສີຈິ້ນຜິງລະບຸໄວ້ວ່າ: ຈີນໃນອະນາຄົດ, ຕ້ອງສ້າງຄວາມມະຫັດສະຈັນດ້ວຍຄວາມບຸກບືນສູ້ຊົນ. ທ່ານຊູຊື ນັກກະວີທີ່ມີຊື່ສຽງໃນລາຊະວົງຊົ້ງຂອງຈີນເຄີຍກ່າວວ່າ: ບຸກບືນຈາກບ່ອນທີ່ຫຍຸ້ງຍາກທີ່ສຸດ ເພື່ອສະແຫວງຫາເປົ້າໝາຍທີ່ຍິ່ງໃຫຍ່ທີ່ສຸດ. ເຖິງວ່າເສັ້ນທາງຈະໄກແສນໄກ, ແຕ່ພວກເຮົາຍຶດໝັ້ນ ກໍຈະສາມາດເດີນທາງໄປເຖິງຈຸດໝາຍປາຍທາງໄດ້ໃນທີ່ສຸດ, ເຖິງແມ່ນວ່າວຽກງານລຳບາກຫຼາຍ, ແຕ່ພວກເຮົາຍຶດໝັ້ນພະຍາຍາມ ກໍຈະສາມາດເຮັດສຳເລັດໄດ້. ຂໍພຽງແຕ່ມີມະນາອົດທົນຈົນເຖິງທີ່ສຸດ, ເຮັດແທ້ທຳຈິງ, ສູ້ຊົນຜ່ານຜ່າ, ຍ່າງທຸກບາດກ້າວດ້ວຍຄວາມໜັກແໜ້ນ ກໍຈະຍ່າງໄດ້ໄກພັນລີ້, ພະຍາຍາມຢ່າງບໍ່ລົດລະ ກໍຍ່ອມຈະສາມາດເຮັດໃຫ້ເປົ້າໝາຍທີ່ຍິ່ງໃຫຍ່ກາຍເປັນຄວາມຈິງທີ່ດີງາມ.

 

ໃນປີ 2022 ທີ່ຜ່ານມາ, ພະນັກງານແລະປະຊາຊົນອັນໄພສານ ໂດຍສະເພາະແມ່ນພະນັກງານການແພດ ແລະ ພະນັກງານຂັ້ນຮາກຖານ ໄດ້ປະຕິບັດໜ້າທີ່ຂອງຕົນຢ່າງກ້າຫານ ແລະ ບໍ່ມີຄວາມສະທ້ານຢ້ານກົວ, ສາມາດຮັກສາຄວາມປອດໄພດ້ານຊີວິດ ແລະ ສຸຂະພາບຮ່າງກາຍຂອງປະຊາຊົນໄດ້ໃນລະດັບສູງສຸດ. ປີ2022 ໄດ້ເກີດໄພພິບັດທຳມະຊາດ ແລະ ອຸບັດເຫດທີ່ແຕະຕ້ອງເຖິງຄວາມປອດໄພຈຳນວນໜຶ່ງ ເຊັ່ນ: ແຜ່ນດິນໄຫວ, ໄພນ້ຳຖ້ວມ, ໄພແຫ້ງແລ້ງ, ໄຟໄໝ້ປ່າເປັນຕົ້ນ, ເຮັດໃຫ້ຄົນເຈັບໃຈ ແລະ ທຸກໃຈທີ່ສຸດ. ແຕ່ກໍຢູ່ໃນປີ 2022, ງານກິລາໂອລິມປິກລະດູໜາວປັກກິ່ງ ແລະ ງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ ໄດ້ຈັດຂຶ້ນຢ່າງສຳເລັດຜົນອັນຈົບງາມ, ຍານອະວະກາດເສິນໂຈ່ວ 13, 14 ແລະ 15 ໄດ້ສົ່ງຂຶ້ນສູ່ອະວະກາດຕາມໆກັນ ແລະ ໄດ້ສ້າງສະຖານີອະວະກາດຢ່າງສຳເລັດຮອບດ້ານ, ເຂດທົດລອງການຄ້າເສລີຕ່າງໆ ແລະ ທ່າການຄ້າເສລີໄຫຫຼຳ ໄດ້ພັດທະນາກ້າວຂຶ້ນຢ່າງຄຶກຄື້ນ, ພື້ນຖານເສດຖະກິດຈີນທີ່ມີການພັດທະນາໄປໃນທິດທາງທີ່ດີເປັນໄລຍະຍາວ ບໍ່ໄດ້ມີການປ່ຽນແປງແຕ່ຢ່າງໃດ.


ພາຍໃຕ້ ສະພາບການປ່ຽນແປງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ ໄດ້ຜັນແປໄວຂຶ້ນ, ໂລກນີ້ບໍ່ມີສັນຕິພາບພໍປານໃດ, ພວກເຮົາທະນຸຖະໜອມສັນຕິພາບແລະການພັດທະນາຢ່າງສະເໝີຕົ້ນສະເໝີປາຍ, ທະນຸຖະໜອມເພື່ອນມິດ ແລະ ຄູ່ຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ຍຶດໝັ້ນຢືນຢູ່່ຂ້າງປະຫວັດສາດທີ່ຖືກຕ້ອງ, ຢືນຢູ່ຂ້າງສີວິໄລແລະຄວາມກ້າວໜ້າຂອງມວນມະນຸດ, ພະຍາຍາມອຸທິດສະຕິປັນຍາ ແລະ ແຜນການຈີນ ເພື່ອພາລະກິດສັນຕິພາບແລະການພັດທະນາຂອງມວນມະນຸດ. ທັງໝົດເຫຼົ່ານີ້ໄດ້ເຕົ້າໂຮມສະຕິ ແລະ ເຫື່ອແຮງຂອງຄົນຈຳນວນຫຼວງຫຼາຍ, ພວກເຂົາເຈົ້າໄດ້ພະຍາຍາມຢ່າງບໍ່ລົດລະ, ເຮັດໃຫ້ເມັດໄຟນ້ອຍໆ ສາມາດເຕົ້າໂຮມເປັນທວນໄຟໃຫຍ່, ນີ້ກໍແມ່ນພະລັງຂອງຈີນ!


ຈີນໃນອະນາຄົດ, ກໍສາມາດສ້າງຄວາມມະຫັດສະຈັນດ້ວຍຄວາມບຸກບືນສູ້ຊົນຢ່າງແນ່ນອນ, ກໍຍ່ອມຈະສາມາດເຮັດໃຫ້ເປົ້າໝາຍທີ່ຍິ່ງໃຫຍ່ກາຍເປັນຄວາມຈິງທີ່ດີງາມ.